ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-08-29 14:20:56    
ຜູ່​ນຳ​ອິສຣາ​​ແອນ​ປາ​ເລັສຕິນ​ພົບ​ປະ​ເຈລະຈາ​ກັນກ່ຽວກັບ​ບັນຫາພື້ນຖານ

cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 28 ສິງຫາ​ນີ້,ທ່ານ​​ເອຮຸດ ​ໂອ​ເມີດ ນາຍົກລັດຖະມົນຕີອິສະຣາ​ແອນກັບ​ທ່ານ​ມາ​ຣ໊ມຸດ ​ອັບ​ບາ​ສ ປະທານ​ອົງກາ​ນອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ໄດ້​​ພົບ​ປະ​ເຈລະຈາ​ກັນ​ຢູ່​ທີ່​ເຢຣູຊາ​ເລັມ,​ແລະ​ຫາລື​ບັນຫາ​ອັພື້ນຖານກ່ຽວ​ກັບ​ການ​ພົວພັນ​ລະຫວ່າງອິສະຣາ​ແອນ​ກັບປາ​ເລັສຕິນ.

ຫຼັງ​ຈາກ​ພົບ​ປະ​ເຈລະຈາ​ກັນ​ແລ້ວ,ທ່ານ​ເດວິດ ​ເບ​ກ​ເກີ ​ໂຄສົກ​ຫ້ອງການ​ຂອງ​ນາຍົກລັດຖະມົນຕີອິສະຣາ​ແອນ​ກ່າວ​ວ່າ,​ໃນ​ການ​ພົບ​ປະ​ເຈລະຈາ​ເທື່ອ​ນີ້,ສອງ​ຝ່າຍ​ໄດ້​ກ່າວ​ເຖິງ​ບັນຫາ​​ທີ່​ເປັນ​ພື້ນຖານ​​ທີ່ຕ້ອງການ​ແກ້​ໄຂ​ເຊິ່ງ​ສາມາດບັນລຸ​​ການສ້າງ​ຕັ້ງສອງ​ປະ​ເທດ​ທີ່ເຮັດ​ໃຫ້​ປະຊາຊົນ​ອິສຣາ​ແ​ແອນ​ປາ​ເລັສຕິນຄົງ​ຕົວ​ຢູ່​​​​ໄປ​ຮ່ວມກັນ​ໃນ​ທີ່​ສຸດ.​ແຕ່​ທ່ານ​ບໍ່​ໄດ້​ເຜີຍ​​ໃຫ້​ແຈ້ງຂໍ້​ປີກ​ຍ່ອຍ​ອັນ​ທີ່​ວ່າ​ບັນຫາ​ພື້ນຖານ​ຕື່ມ​ອີກ.

ສື່​ມວນ​ຊົນ​ອິສະຣາ​ແອນ​ລາຍ​ງານ​ວ່າ,​ເນື້ອ​ໃນ​ຂອງ​ການ​ເຈລະຈາ​ໄດ້​ກ່ຽວ​ພັນ​ເຖິງ​ບັນຫາ​​ໃຈກາງ​ໃນ​ການ​ພົວພັນ​ລະຫວ່າງ​ອິ​ສະຣາ​ແອນ​ກັບປາ​ເລັສຕິນ​ທີ່​ຝ່າຍ​ອິ​ສະຣາ​​ແອນ​ຫຼົບ​ຫຼີກມາ​​ໂດຍຕະຫຼອດ​ໃນ​ເມື່ອ​ກ່ອນ​ເຊັ່ນ:ບັນຫາ​ຊາຍແດນ​ແລະ​ບັນຫາ​ເຢຣູຊາ​ເລັມ​ຂຶ້ນ​ກັບ​ໃຜເປັນ​ຕົ້ນ,ນີ້​ແມ່ນ​ສອງ​ຝ່າຍ​ລົງ​ເລິກ​ຫາລື​​ບັນຫາ​ເຫຼົ່າ​ນີ້​ເປັນ​ຄັ້ງ​ທຳ​ອິດ.