ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-02 18:41:56    
ທ່ານ​ຊາວ​ກ່າງ​ຊວນ​ເດີນ​ທາງ​ໄປ​ຮອດ​ຟິ​ລິບ​ປິນ​ເລີ່ມ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ຢ່າງ​ເປັນ​ທາງ​ການ

cri
ຕາມ​ຂ່າວສານ​ຊີນ​ຮວາ: ​ໂດຍ​ຕອບ​ສະຫນອງຄຳ​ເຊີນ​ຂອງ​ທ່ານ​ເຮີ​ໂມ​ເກ​ເນ​ຟ.​ແອບ​ດາ​ແນ​ດ ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນ,ຕອນ​ບ່າຍວັນ​ທີ 2 ກນຍາ​ນີ້, ທ່ານ​ຊາວ​ກ່າງ​ຊວນ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ ທັງ​ເປັນ​ລັດຖະມົມນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ພ້ອມ​ດ້ວຍ​ຄະນະ​ໄດ້​ເດີນທາງ​ໄປ​ຮອດ​ສະຫນາມ​ບິນ​ສາກົນ​ອາ​ກີ​ໂນ​ຂອງ​ມາ​ນີລາ, ​ເລີ່​ມຢ້ຽມຢາມ​ ສັນຖະວະ​ໄມຕີ​ຕໍ່ຟິລິບ​ປິນຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 5 ມື້.

ທ່ານ​ຊາວ​ກ່າງ​ຊວນ​ຊີ້​ອອກ​ວ່າ, ຈີນ​ກັບ​ຟິລິບ​ປິ​ນລ້ວນ​ແຕ່​ປະ​ເຊີນ​ກັບ​ຫນ້າ​ທີ່​ຕົວ​ຈິງ​ທີ່​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ຄວາມ​ຫມັ້ນ​ທ່ຽງ, ສະ​ແຫວ​ງຫາ​ການ​ພັດທະນາ​ພ້ອມ​ກັນ, ກາ​ນຂະຫຍາຍ​ການ​ໄປມາຫາ​ສູ່​ກັນ​ຢ່າງ​ມີ​ໄມ​ຕີຈິດ​ແລະ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ລັດ​ແລະ​ສອງ​ກອງທັບ​ຈີນ​ກັບ​ຟິ​ລິບ​ປິນ​ນັ້ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ.ທ່ານ​ຊາວ​ກ່າງ​ຊວນ​ຢ້ຽມຢາມ​ຟິລິ​ບປິນ​ເທື່ອ​ນີ້​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ຢ່າງ​ສູງ​ຈາກ​ລັດຖະບານ​ແລະ​ກອງທັບ​ຟິລິບ​ຟິນ,​ໃນ​ໄລຍະ​ຢ້ຽມ​ຢາມ, ທ່ານ​ຊາວ​ກ່າງ​ຊວນ​ຈະ​ພົບ​ປະ​ກັບ​ປະທານາທິບໍດີ ປະທານ​ສະພາ​ສູງ​ແລະ​ສະພາ​ຕ່ຳ ​ແລະ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟິລິບ​ປິນ,ທ່ານ​ຍັງ​ຈະ​ໄປຢ້ຽມຢາມຖານ​ທັບ​ແລະ​ສິ່ງ​ກໍ​ສ້າງ​ຂອງ​ກອງທັບ​ຟິລິບ​ປິນ.