ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-04 12:29:48    
ທ່ານ​ນາງ​ອາ​ໂຣ​ໂຢ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ພົບ​ປະ​ທ່ານ​ຊາວ​ກາງ​ຊ່ວນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 3 ກັນ​ຍາ​ນີ້,ຢູ່​ມາ​ນີລາ,ທ່ານ​ນາງ​ໂກຼ​ເຣຍ ມາ​ກາ​ພາ​ການ ອາ​ໂຣ​ໂຢ ປະທາ​ນາທິ​ບໍດີ​ຟີ​ລິບ​ປິນ​ໄດ້​ພົບ​ປະ​ທ່ານ​ພົນ​ເອກ​ຊາວ​ກາງ​ຊ່ວນ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະ​ຫານ​ສູນ​ກາງຈີນ ທີ່​ປຶກສາ​ແຫ່ງ​ລັດ​ທັງ​ເປັນ​ລັດຖະ​ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ​ຈີນທີ່​ໄປ​ຢ້ຽມຢາມ.

ທ່ານ​ນາງ​ອາ​ໂຣ​ໂຢ​ກ່າວ​ວ່າ,ລັດ​ຖະ​ບານ​ຟີ​ລິບ​ປິນ​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ຂະຫຍາຍ​ການ​ຮ່ວມ​ມື​ກັບ​ຈີນໃນ​ຂົງ​ເຂດ​ຕ່າງ​ໆ.ທ່ານ​ກ່າວ​ຢ້ຳວ່າ,ລັດ​ຖະບານ​ຟີ​ລິບ​ປິນປະ​ຕິ​ບັດ​ນະ​ໂຍບາຍ​ຈີນ​ດຽວ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ,​​ເຄົາລົບ​ຫຼັກ​ໝັ້ນ​ຂອງ​ລັດຖະບານ​ຈີນ​ໃນ​ບັນຫາ​ໄຕ້​ຫວັນ.

ທ່ານ​ຊາວ​ກາງ​ຊ່ວນ​ກ່າວ​ວ່າ,ທ່ານ​ນາງ​ອາ​ໂຣ​ໂຢກັບ​ທ່ານ​ຫູ​ຈີນ​ທ່າວ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮ່ວມ​ກັນ​ກຳ​ນົດ​ຫຼັກ​ການ​ຊີ້​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຄື​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສຸມ​ກຳລັງ​ເຂົ້າ​ໃນ​ສັນຕິ​ພາບ​ແລະ​ການ​ພັດທະນາ,​ອັນ​ໄດ້​ຊີ້ທິດ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຈະ​ແຈ້ງ.ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ນຳ​ລັດ​ຖະ​ບານ​ຟີ​ລິບ​ປິນ​ທີ່ຍຶດ​ໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​ໃນ​ບັນຫາ​ໄຕ້​ຫວັນ,ຫວັງ​ໃຫ້​ລັດຖະບານ​ຟີ​ລິບ​ປິນ​ຮັກ​ສາ​ຄວາມ​ລະມັດ​ລະ​ວັງ​ຕໍ່​ການ​ເຄື່ອນ​ໄຫວ​ທີ່"ໃຫ້​ໄຕ້​ຫວັນ​ເປັນ​ເອກະລາດ",ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພາລະກິດ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ຂອງ​ຈີນ.

ມື້​ດຽວ​ກັນ,ທ່ານ​ຊາວ​ກາງ​ຊ່ວນ​ຍັງ​ໄດ້​ແຍກ​ອອກ​ເຈລະ​ຈາ​ກັບ​ທ່ານ​ກິວ​ເປີດ ​ເຕ​ໂອ​ໂດ​ໂຣ ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ທ່ານ​ໂຮ​ເຊ ​ເດ ​ເວ​ເນ​ເຊຍ ປະທານ​ສະພາ​ຕ່ຳ​ຟີ​ລິບ​ປິນ.