ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-05 16:30:28    
ຈີນ​ຫວຽດ​ນາມ​ຕ້ອງ​ພ້ອມ​ກັນ​ພະ​ຍາ​ຍາມ​ຍົກ​ການ​ພົວ​ພັນ​​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຮອດລະດັບ​ໃຫມ່

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ 4 ກັນຍາ​ນີ້,ຢູ່​ທີ່​ປັກ​ກິ່ງ​,ທ່ານ​ເຮີ້​ກົວະຊຽງ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນຊຶ່ງ​ເປັນ​ພັກ​ກຳ​ອຳ​ນາດ​ຂອງ​ຈີນ​ໄດ້​ກ່າວ​ວ່າ,ຈີນ​ກັບ​ຫວຽດ​ນາມ​ຕ້ອງ​ພະ​ຍາ​ຍາມ​ພ້ອມ​ກັນ,​ຍົກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ໃຫ້​ສູງ​ຂຶ້ນ​ຮອດ​ລະ​ດັບ​ໃຫມ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ເວລາ​ພົບ​ປະ​ທ່ານ​​ເຈື່ອງ​ຕັ່ນ​ສາງ  ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດ​ນາມ​ນັ້ນ,ທ່ານ​ເຮີ້​ກົວະຊຽງ​ກ່າວ​ວ່າ,ສອງ​ພັກ​ລັດ​ຈີນ​ຫວຽດນາມ​ໄດ້​ມີ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ຢ່າງ​ເລິກ​ເຊິ່ງ​ແລະ​ມີ​ຜົນ​ປະ​ໂຫຍດຮ່ວມ​ຢ່າງ​ກວ້າງຂວາງ,ພາລະກິດປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ການ​ປ່ຽນ​ແປງ​ໃຫມ່​ຂອງ​ສອງ​ປະ​ເທດ​ໃນ​ສະ​ເພາະ​ຫນ້າ​ນີ້​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ອັນ​ຫົວ​ລ້ຽວ​ຫົວ​ຕໍ່​ໃນ​ການ​ລົງ​ເລິກພັດທະນາ,​​ພວມປະ​ເຊີນກັບຫຼາຍ​ໂອ​ກາດ​ໃຫມ່​ແລະ​ການ​ທ້າ​ທາຍ​ໃຫມ່,​ຕ້ອງ​ການ​​ໃຫ້ສອງ​ຝ່າຍ​ຮ່ຳຮຽນນຳ​ກັນ ຮ່ວມ​ມື​ກັນຢ່າງ​ເລິກ​​ເຊິ່ງ​ແລະ​ພ້ອມ​ກັນ​ພະ​ຍາ​ຍາມ,​ຍົກ​ການ​ພົວ​ພັນ​ໄມ​ຕິ​ຈິດ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ​ໃຫ້​ສູງ​ຂຶ້ນ​ຮອດ​ລະດັບ​ໃຫມ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​​ເຈື່ອງ​ຕັ່ນ​ສາງກ່າວ​ວ່າ,ຝ່າຍ​ຫວຽດນາມ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດນຳ​ການ​ຄົ້ນ​ຄວ້າ​ແລະ​ຖອດ​ຖອນ​ເອົາ​ບົດ​ຮຽນ​ອັນ​ປະ​ເສີດ​ຂອງ​ຈີນ​ໃນ​ການ​ພັດທະນາ,ພັກ​ແລະ​ລັດ​ຖະ​ບານ​ຫວຽດ​ນາມ​ຍິນ​ດີ​ພ້ອມ​ກັນ​ກັບ​ຈີນ​ທຳ​ຄວາມ​ພະ​ຍາ​ຍາມ,​ບັນ​ລຸ​ຄວາມ​ປາ​ຖະ​ຫນາ​ອັນ​ດີງາມ​ຂອງ​ສອງ​ລັດ​ແລະ​ປະຊາຊົນ​ສອງ​ປະ​ເທດຄື​ເປັນ​ປະ​ເທດ​ໃກ້​ຄຽງ ​ເພື່ອນ​ມິດ​ສະ​ຫາຍ​ແລະ​ຫມູ່​ຄູ່​ທີ່ດີ​ຕໍ່​ກັນຈົນ​ເທົ່າ​ໃດໆ​ ​.