ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-05 17:40:10    
ບົດ​ລາຍ​ງານ​ຂອງລັດຖະສະພາ​ອາ​ເມ​ລິ​ກາກ່າວ​ວ່າ, ອີຣັກບໍ່​ໄດ້​ບັນລຸ​ຄາດໝາຍ​ສ່ວນຫຼາຍທີ່​ອາ​ເມ​ລິ​ກາ​ວາງ​ອອກ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 4 ກັນຍາ​ນີ້, ບົດ​ລາຍ​ງານ​ສະບັບ​ໜຶ່ງ​ທີ່​ກົມ​ສືບ​ຫາ​ຄວາມ​ຮັບຜິດ​ຊອບ​ທີ່ຂຶ້ນກັບ​ລັດຖະ​ສະພາ​ອາເມ​ລິກາ​ປະກາດ​ກ່າວ​ວ່າ, ​ໃນ​ຄາດໝາຍດ້ານ​ການ​ເມືອງ, ​ເສດຖະກິດ​ແລະ​ຄວາມ​ໝັ້ນຄົງ​ທີ່​ລັດຖະສະພາ​ອາ​ເມ​ລິ​ກາ​ວາງ​ໃຫ້​ອີຣັກ​ໃນ​ເດືອນ​ພຶດສະພາ​ປີ​ນີ້, ລັດຖະບານ​ອີຣັກມີ​ແຕ່​ບັນລຸ 3 ຄາດໝາຍ, 4 ຄາດໝາຍ​ບັນລຸ​ແບບ​ບໍ່​ຄົບ​ຖ້ວນ, ອີກ 11 ຄາດໝາຍ​ບໍ່​ໄດ້​ບັນລຸ. ກົມ​ດັ່ງກ່າວ​ຍັງ​ກ່າວ​ວ່າ, ​ແຜນການ​ເພີ່ມ​ເຕີມ​ທະຫານ​ຢູ່​ອີຣັກທີ່​ລັດຖະບານ​ບຸ​ສປະຕິບັດ​ແຕ່​ຕົ້ນ​ປີ​ນີ້​ມີ​ຈຸດ​ປະສົງ​ເພື່ອ​ຫຼຸດການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ຢູ່​ອີຣັກ, ​ແຕ່​ນັບ​ມາ​ຮອດ​ປະຈຸ​ບັນ, ບໍ່​ໄດ້​ບັງ​ເກີດ​ຜົນ, ​ເຫດການຫຼອນ​ໂຈມ​ຕີ​​ແນ​ໃສ່​ສາມັນ​ຊົນ​ບໍ່​ໄດ້ຫຼຸດໜ້ອຍ​ລົງ.

ນອກ​ນີ້, ​ຂ່າວ​ແຈ້ງ​ອີກ​ວ່າ, ວັນ​ທີ 4 ກັນຍາ​ນີ້, ຢູ່​ບຸ​ຍກາ​​ແລັດ ນະຄອນຫຼວງ​ລູມາ​ນີ, ທ່ານ​ດາ​ວິດ ມິ​ລີ​ບັນດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອັງກິດ​ທີ່​ໄປ​ຢ້ຽມ​ຢາມ​ຢູ່​ລູມາ​ນີກ່າວ​ວ່າ, ​ເມື່ອ​ສັງ​ເກີດ​ຈາກ​ສະພາບ​ການ​ຂອງ​ອີຣັກ​ໃນ​ປະຈຸ​ບັນ​ແລ້ວ, ອັງກິດຈະ​ໃຫ້ທະຫານ​ປະຈຳ​ຢູ່​ອີຣັກຕໍ່​ໄປ. ມື້​ດຽວ​ກັນ, ຢູ່​ຊິດ​ນີ, ທ່ານ​ໂຈນ ​ໂຮ​ວັດ ນາຍົກ​ລັດຖະ​ມົນຕີ​ອົສຕຼາລີ​ກ່າວ​ວ່າ, ກ່ອນ​ໄດ້​ຮັບປະກັນ​ວ່າຄວາມ​ສາມາດ​ຄຸ້ມ​ຄອງ​ຕົນ​ເອງ​ຂອງ​ປະຊາຊົນ​ອີຣັກ​ໄດ້​ມີ​ການ​ຍົກ​ສູງ​ຂຶ້ນ​ໃນ​ທາດ​ແທ້​ແລ້ວ, ປະຈຸ​ບັນ, ​ອົສຕຼາລີ​ຈະບໍ່​ພິຈາລະນາ​ຫຼຸດ​ຈຳນວນ​ທະຫານ​ປະຈຳ​ຢູ່​ອີຣັກ.