ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-06 12:13:49    
ຈີນ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ອິນ​​ໂດ​ເນ​ເຊຍ​ທີ່ຍຶດ​ຫມັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ

cri Author: ni
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 5 ກັນຍາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ວາງ​ຈ້າວ​ກົວະ ຮອງ​ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ວ່າ,ຈີນ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​ການ​ຂະຫຍາຍການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ. ​ຈີນ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ອິນ​ໂດ​ເນ​ເຊຍທີ່​ຍຶດຫມັ້ນ​ນະ​ໂຍບາຍ​ຈີນ​ດຽວ,ຫວັງ​ໃຫ້​ເພື່ອນ​ອິນ​ໂດ​ເນ​ເຊຍຈົ່ງ​ສະຫນັບສະຫນູນ​ພາລະກິດ​ໂຮມປະ​ເທ​ດຊາດເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ຂອງ​ຈີນຄທ​ແຕ່​ກ່ອນ​ທີ່​ຜ່ານ​ມາ.

ທ່ານ​ວາງ​ຈ້າວ​ກົວະ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວລາ​ພົບ​ປະທ່ານ​ຮິດາ​ຢັດ ນູຣ໊ ວາ​ຮິດ ປະ​ທານ​ສະ​ພາ​ປຶກສາ​ປະຊາຊົນ​ອິນ​ໂດ​ເນ​ເຊຍ ​ເຊິ່ງ​ເປັນອົງ​ການ​ອຳນາດ​ສູງ​ສຸດ​ຂອງອິນ​ໂດ​ເນ​ເຊຍ​ທີ່​ມາ​ຢ້ຽມ​ຢາມ​ຈີນ.

ທ່ານຮີ​ດາ​ຢັດກ່າວ​ວ່າ,ອິນ​ໂດ​ເນ​ເຊຍ​ຈະ​ສືບຕໍ່​ພະຍາຍາມ​ຊຸກຍູ້​ການ​ຂະຫຍາຍການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ,ຫວັງ​ໃຫ້​ພັກ​ການ​ເມືອງ​ແລະ​​ສະພາຂອງ​ສອງ​ປະ​ເທດ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ຕໍ່​ໄປ.ທ່ານ​ກ່າວ​ລຶ້ມວ່າ​ອິນ​ໂດ​ເນ​ເຊຍ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ.