ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-07 19:27:39    
ຈີນ​ພະຍາຍາມ​ແກ້​ໄຂ​ບັນຫາ​ຊາວ​ກະ​ສິ​ກອນ​ອອກ​ເດີນ​ທາງ​ຍາກ

cri
ຕາມ​ຂ່າວ CRI: ວັນ​ທີ 7 ກັນຍາ​ນີ້, ນັກ​ຂ່າວ​ໄດ້ຮັບ​ຊາບ​ຈາກ​ກະຊວງ​ຄົມມະນາຄົມ​ຈີນ​ວ່າ, ​ໃນ​ຫຼາຍປີ​ມາ​ນີ້, ຈີນ​ໄດ້​ເພີ່ມ​ທະວີ​ການ​ລົງທຶນ​ຢ່າງ​ບໍ່​ຢຸດ​ຢັ້ງ, ພະ​ຍາ​ຍາມ​ແກ້​ໄຂ​ບັນຫາອອກ​ເດີນທາງ​ຍາກຢູ່​ຊົນນະບົດ. ນັບ​ມາ​ຮອດ​ປະຈຸ​ບັນ, ​ທາງ​ຫຼວງຊົນນະບົດຈີນລວມ​ທັງໝົດ​ໄດ້​ລື່ນ​ກາຍ 3 ລ້ານ​ກິ​ໂລ​ແມັດ​ແລ້ວ.

ສະຖິຕິ​ຂອງ​ກະຊວງ​ຄົມມະນາຄົມ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2006, ຈີນ​ໄດ້​ສ້າງ​ແລະ​​ແປງ​ທາງ​ຫຼວງຍາວ 3 ​ແສນ 2 ໝື່ນ​ກິ​ໂລ​ແມັດ, ​ເຮັດ​ໃຫ້ 30 ລ້ານ​ຄົນ​ໄດ້​ຮັບຄວາມ​ສະດວກ. ນອກ​ນັ້ນ, ປີ​ກາຍ​ນີ້, ຈີນ​ຍັງ​ໄດ້​ເພີ່ມ​ທະ​ວີ​ການ​ລົງທຶນ​ກໍ່ສ້າງ​ສະຖານີ​ລົດ​ເມຢູ່​ຊົນນະບົດ, ​ບ້ານ​ບໍລິຫານຫຼາຍ​ກວ່າ 80% ມີ​ລົດ​ເມ​ແລ່ນ​ໄປ​ຮອດ​ແລ້ວ.

ປີ​ນີ້, ຈີນ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ລົງທຶນ​ສ້າງ​ທາງຫຼວງຊົນນະບົດ, ຈະ​ສ້າງ​ແລະ​​ແປງ​ທາງຫຼວງຊົນນະບົດຍາວ 3 ​ແສນ​ກິ​ໂລ​ແມັດ.