ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-07 19:43:20    
ກຳປູ​ເຈຍ​ເລີ່​ມຕົ້ນ​ຂະ​ບວນການ​ສ້າງ​ຕະຫຼາດຫຼັກຊັບ​ຢ່າງ​ເປັນ​ທາງ​ການ

cri
ຕາມ​ຂ່າວສານ​ຈີນ: ກຳປູ​ເຈຍຈະ​ສ້າງ​ຕະຫຼາດຫຼັກຊັບ​ໃນ 6 ​ເດືອນ​ທ້າຍ​ປີ 2009, ວັນ​ທີ 6 ກັນຍາ​ນີ້, ກຳປູ​ເຈຍ​ໄດ້​ເລີ່​ມຕົ້ນ​ວຽກ​ງານ​ສ້າງ​ຕະຫຼາດຫຼັກຊັບ​ຢ່າງ​ເປັນທາງ​ການ, ​ແລະ​ຈະ​ຮ່ວມ​ມື​ກັບ​ຕະຫຼາດຊື້​ຂາຍຫຼັກຊັບ​ຊຽງ​ໄຮ້​ຂອງ​ຈີນ.

ທ່ານ​ຮຸນ​​ເຊ​ນ ນາ​ນົກ​ລັດຖະມົນຕີ​ກຳປູ​ເຈຍ​ກ່າວ​ວ່າ, ກຳປູ​ເຈຍ​ສ້າງ​ຕະຫຼາດຫຼັກຊັບ​ມີ​ຈຸດ​ປະສົງ​ເພື່ອສະໜອງຊ່ອງ​ທາງ​ລົງທຶນຫຼາຍຢ່າງ​ໃຫ້​ຜູ້​ລົງທຶນ​ຂອງກຳປູ​ເຈ​ຍ​ແລະ​ຕ່າງປະ​ເທດ, ​ເພື່ອ​ຊຸກ​ຍູ້​ເສດຖະກິ​ດກຳປູ​ເຈຍ​ພັດທະນາ​ຢ່າງ​ວ່ອງ​ໄວ.

ທ່ານກຽດ​ສຸ້ນ ລັດຖະມົນຕີ​ກະຊວງ​ເສດ​ຖະກິດ​ແລະ​ການ​ເງິນ​ກຳປູ​ເຈຍ​ກ່າວ​ວ່າ, ກຳປູ​ເຈຍ​ພວມ​ສ້າງ​​ແລະ​ບູລະນະກົດໝາຍ​ແລະ​ກົນ​ໄກທີ່​ກ່ຽວ​ຂ້ອງ, ​ເພື່ອ​ຮັບປະກັນ​​ຕະຫຼາດຫຼັກຊັບ​ທີ່​ຈະ​ສ້າງ​ຕັ້ງ​ຂຶ້ນສາມາດ​ໝູນ​ເດີນ​ຢ່າງ​​ເປີດ​ເຜີຍ, ປອດ​​ໃສ, ​ແລະ​ມີ​ປະສິດທິ​ພາບ​ສູງ. ທ່ານ​ກ່າວ​ວ່າ, ຮ່າງກົດໝາຍ​ທີ່​ກ່ຽວຂ້ອງ​ໄດ້​ມອບ​ໃຫ້​ລັດຖະສະພາສຳຫຼວດ​ພິຈາລະນາ​ແລ້ວ.