|
![](/images/spacer.gif) |
(GMT+08:00)
2007-09-08 17:47:46
|
![](/images/shim.gif) |
ທ່ານຫູຈີນທາວພົບປະປະທານາທິບໍດີອິນໂດເນເຊຍ
cri
ຕາມຂ່າວ CRI: ວັນທີ 8 ກັນຍານີ້, ຢູ່ຊິດນີ, ທ່ານຫູຈີນທາວ ປະທານປະເທດຈີນໄດ້ພົບປະທ່ານຊູຊີໂລ ບາມບາງ ຢູດໂຮໂຢໂນ ປະທານາທິບໍດີອິນໂດເນເຊຍ.
ທ່ານຫູຈີນທາວກ່າວວ່າ, ອິນໂດເນເຊຍແມ່ນສະມາຊິກສຳຄັນຂອງອາຊຽນ, ແມ່ນປະເທດບໍ່ແມ່ນມົນຕີຖາວອນຂອງອົງການສະຫະປະຊາຊາດ. ຈີນເອົາໃຈໃສ່ນຳອິດທິພົນແລະບົດບາດຂອງອິນໂດເນເຊຍ, ຍິນດີພ້ອມກັນກັບອິນໂດເນເຊຍທຳຄວາມພະຍາຍາມ, ຊຸກຍູ້ການພົວພັນຄູ່ຍຸດທະສາດຈີນອາຊຽນໃຫ້ຂະຫຍາຍກ້າວໄປໜ້າຢ່າງບໍ່ຢຸດຢັ້ງ, ແລະກໍ່ຍິນດີເພີ່ມທະວີການແລກປ່ຽນແລະການຮ່ວມມືກັບອິນໂດເນເຊຍ, ຊຸກຍູ້ການຮ່ວມມືຂອງອົງການຮ່ວມມືເສດຖະກິດອາຊີປະຊິຟິກ ຫຼື APEC ສືບຕໍ່ພັດທະນາຢ່າງປອດໃສ.
ທ່ານຊູຊີໂລກ່າວວ່າ, ການພົວພັນລະຫວ່າງອິນໂດເນເຊຍກັບຈີນໄດ້ຂະຫຍາຍຕົວຢ່າງດີງາມ, ສອງຝ່າຍສ້າງການພົວພັນຄູ່ຍຸດທະສາດຂຶ້ນ, ໄດ້ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ. ຝ່າຍອິນໂດເນເຊຍຂອບໃຈນຳຝ່າຍຈີນທີ່ໄດ້ໃຫ້ການສະໜັບສະໜູນແກ່ການພັດທະນາເສດຖະກິດຂອງອິນໂດເນເຊຍ, ຍິນດີສືບຕໍ່ຮັກສາການຕິດຕໍ່ພົວພັນແລະການປະສານງານຢ່າງສະໜິດແໜ້ນກັບຈີນໃນບັນຫາສາກົນແລະພາກພື້ນ.
ທ່ານຊູຊິໂລຍັງກ່າວວ່າ, ອິນໂດເນເຊຍສະໜັບສະໜູນນະໂຍບາຍຈີນດຽວ, ທ່ານຫູຈີນທາວສະແດງຄວາມຊົມເຊີຍຕໍ່ເລື່ອງນີ້.
|
|
|