ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-10 20:19:05    
ເວທີ​ປຶກ​ສາ​ຫາລື​ຊັ້ນ​ສູງ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານກົດໝາຍ​ລະຫວ່າງ​ຈີນ​ອາ​ຊຽນຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ຢູ່​ຈຸງ​ກິງ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ​ແຕ່ວັນທີ 12 ຫາ​ວັນ​ທີ 16 ກັນຍາ​ນີ້, ເວທີປຶກສາ​ຫາລືຊັ້ນ​ສູງ​ການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານກົດໝາຍ​ລະຫວ່າງ​ຈີນອາ​ຊຽນຄັ້ງ​ທີ 3 ຈະ​ຈັດ​ຂຶ້ນ​ຢູ່​ຈຸງ​ກິ​ງ ​ເມືອງ​ພາກ​ຕາ​​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ນັກ​ກົດໝາຍ 120 ກວ່າ​ຄົນ​ຂອງ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນຈະ​ດຳ​ເນີນ​ການ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ, ​ເຊັ່ນ: ບັນຫາ​ກົດໝາຍ​ຂອງການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ເປັນ​ຕົ້ນ.

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກັນຍາ​ນີ້, ​ເຈົ້າພາບ​ແນະນຳ​ວ່າ, ຂະ​ບວນການ​ສ້າງ​ເຂດການ​ຄ້າ​ເສລີ​ຈີນ​ອາ​ຊຽນພວມ​ມີ​ຄືບ​ໜ້າຢ່າງ​ບໍ່​ຢຸດ​ຢັ້ງ, ຮອດ​ປີ 2010, ​ເຂດ​ການ​ຄ້າ​ເສລີ​ຈີນ​ອາຊຽນຈະຍົກ​ເວັ້ນພາສີ, ຂະ​ບວນການ​ດັ່ງກ່າວ​ນີ້​ຈະພົວພັນ​ເຖິງບັນຫາ​ກົດໝາຍຢ່າງຫຼວງຫຼາຍ, ສະ​ນັ້ນ​, ​ເວທີປຶກສາ​ຫາລືຄັ້ງ​ທີ 3 ຈະ​ດຳ​ເນີນ​ການ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ດັ່ງກ່າວ​ໂດຍ​ສະ​ເພາະ.

​ເວທີປຶກສາ​ຫາລືຊັ້ນ​ສູງການ​ຮ່ວມ​ມື​ແລະ​ການ​ພັດທະນາ​ດ້ານກົດໝາຍ​ລະຫວ່າງ​ຈີນ​ອາ​ຊຽນ​ແມ່ນ​ສະມາຄົມ​ທຳ​ມະ​ສາດ​ຈີນ​ລິ​ເລີ່​ມຈັດ​ຂຶ້ນ, ຈີນ​ແລະ​ປະ​ເທດ​ສະມາຊິກ​ອາ​ຊຽນປ່ຽນກັນ​ເປັນ​ເຈົ້າພາບ​.