ຄະນະຜູ້ແທນພັກກອມມູນິດຈີນໄປຢ້ຽມຢາມສາມປະເທດອາຊີອາຕາເວັນອອກສຽງໃຕ້
cri
ຕາມຂ່າວສານຊິ່ນຮວາ: ໂດຍຕາມຄຳເຊີນຂອງພັກປະຊາຊົນປະຕິວັດລາວ, ພັກກອມມູນິດຫວຽດນາມ, ພັກປະຊາຊົນ, ແລະພັກຟົນຊິນເພັກກຳປູເຈຍ, ວັນທີ 10 ກັນຍານີ້, ທ່ານອີເຈີ້ງເຊິ່ງ, ກຳມະການກົມການເມືອງສູນກາງ, ເລຂາຄະນະພັກແຂວງຫູເປີຍຂອງພັກກອມມູນິດຈີນນຳພາຄະນະຜູ້ແທນພັກກອມມູນິດຈີນເດີນທາງຈາກເມືອງຄຸນມິງ, ໄປຢ້ຽມຢາມຢ່າງໄມຕີຈິດຢູ່ສາມປະເທດດັ່ງກ່າວຢ່າງເປັນທາງການ. ທ່ານລິວຮົງຊາຍຮອງຫົວໜ້າຄະນະພົວພັນຕ່າງປະເທດຂອງສູນກາງພັກກອມມູນິດຈີນໄປຢ້ຽມຢາມນຳກັນ.
|
|