ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-11 17:01:41    
ຟິ​ລິບ​ປິນ​ປາບ​ປາມ​ອຸ​ບາຍ​ຫລອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 11 ກັນຍາ​ນີ້,ສື່​ມວນ​ຊົນ​ຟິລິບ​ປິນລາຍ​ງານ​ວ່າ,ຫວ່າງ​ມໍ່ໆ​ນີ້, ຜູ່​ຖືກ​ສົງ​ໃສ​ກໍ່​ການ​ຮ້າຍ 5 ຄົນ​ຖືກ​ຈັບຕົວ​ຕາມໆ​ກັນ​ຢູ່​ເກາະ​ພາລາ​ວັນ ພາກ​ຕາ​ເວັນ​ຕົກ​ຂອງ​ຟິລິບ​ປິນ,​ແລະ​ໄດ້​ກວດ​ເຫັນ​ວັດຖຸ​ດິບທີ່​ໃຊ້​ໃນ​ການ​ຜະລິດ​ລູກ​ລະ​ເບີດ​ງວດ​ຫນຶ່ງ​ຢູ່​ໃນ​ເຮືອນ​ຢູ່​ຫລັງ​ຫນຶ່ງ​ທີ່​ເມືອງ​ບູ​ແອ​ໂຕ ພຼິນ​ເຊ​ຊາ ​ເທສະບານ​ແຂວງ​ພາລາ​ວັນ. ​ຜ່ານ​ການ​ໄຕ່​ສວນ,​ຝ່າຍ​ຕຳຫລວດ ປະກົດ​ເຫັນ​ວ່າ, ຄົນ​ກຸ່ມ​ນີ້​ມີ​ແຜນການ​ກໍ່​ການ​ຫລອນ​ໂຈມ​ຕີ​ລະ​ເບີດລະບົບຫນຶ່ງ​ຢູ່​ຟິລິບ​ປິນ​​ເນຶ່ອງ​ໃນ​ໂອກາດ​ເຫດການ 11 ກັນຍາ​ເກີດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ຄົບຮອບ 6 ປີ.

ຂ່າວ​ແຈ້ງວ່າ, ​ເຖີງວ່າ​ຜູ່​ຕ້ອງ​ຫາຖືກ​ຈັບຕົວ​ແລ້ວກໍ່ຕາມ, ​ແຕ່​ເມືອງ​ບູ​ແອ​ໂຕ ພຼິນ​ເຊ​ຊາ​ກໍ່​ຍັງ​ໄດ້​ຍົກ​ລະດັບ​​ເຕືອນ​ໄພ​ໃຫ້​ສູງຂຶ້ນ​ເລີ່​ມ​ແຕ່​ວັນ​ຈັນ​ນີ້​​ເປັນຕົ້ນໄປ.ຝ່າຍ​ຕຳຫລວດ​ໄດ້​​ເພີ່ມ​ກຳລັງ​​ໄປ​ຈັດວາງ​ຢູ່​ຫ້ອງການ​ອຳນາດ​ການ​ປົກຄອງ​ເມືອງ ຕະຫລາດ​ແລະ​ຮ້ານ​ຄ້າ​ໃຫຍ່ ​ທີ່​ມີ​ຄົນ​​ຄັບຄາ​ຫນາ​ແຫນ້ນ.