ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-11 19:00:49    
ຜູ້ນຳປາ​ເລັສຕິນ​ແລະ​ອິສຣາ​ແອນ​ເຫັນ​ດີ​ຈັດ​ຕັ້ງ​ໜ່ວຍ​ງານ​ຫາລື​ບັນຫາ​ສ້າງ​ຕັ້ງປະ​ເທດ​ປາ​ເລັສຕິນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 10 ກັນຍາ​ນີ້, ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ແລະ​ທ່ານ​ເອຮຸດ ​ໂອນ​ເມິ​ດ ນາຍົກລັດ ຖະມົນຕີອິສຣາ​ແອນ​ໄດ້​ຈັດການ​ເຈລະຈາ​ຢູ່​ຢາລູຊາ​ເລ​ມ, ສອງ​ຝ່າຍ​ເຫັນ​ດີ​ຈັດ​ຕັ້ງ​ໜ່ວຍ​ງານ​ລະດັບລັດຖະມົນຕີ, ຫາລື​ບັນຫາ​ສ້າງ​ຕັ້ງປະ​ເທດ​ປາ​ເລັສຕິນ.

ໂດຍ​ອີງ​ຕາມ​ຖະ​ແຫຼງການ​ຮ່ວມ​ທີ່​ສອງ​ຝ່າຍ​ປະກາດ​ພາຍຫຼັງການ​​ເຈລະຈາ, ​ໃນ​ການ​ເຈລະຈາ, ທ່ານ​ອັບ​ບັສຮຽກຮ້ອງ​ໃຫ້​ອິສຣາ​ແອນ​ປ່ອຍ​ຄົນ​ໂທດ​ປາ​ເລັສຕິນຫຼາຍກວ່າ​ເກົ່າ​​ໃນ​ໄລຍະມໍ່ໆ​ນີ້, ​ແລະ​ຜ່ອນ​ຍານ​ການ​ຈຳກັດ​ການ​ເຄື່ອນ​ໄຫວ​ຊາວ​ປາ​ເລັສຕິນຢູ່​​ຝັ່ງຕະ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ທ່ານ​ໂອນ​ເມິ​ດກ່າວ​ວ່າ, ທ່ານ​ເຂົ້າ​ໃຈຄວາມ​ຮຽກຮ້ອງ​ດັ່ງກ່າວ​ຂອງ​ຝ່າຍ​ປາ​ເລັສຕິນຢ່າງ​ເຕັມ​ສ່ວນ, ​ແລະ​ຈະ​ສະ​ເໜີ​ໃຫ້​ລັດຖະບານ​ອິສຣາ​ແອນ​ຫາລື, ​ແລະ​ຮັບຟັງ​ຄວາມ​ເຫັນ​ຂອງ​ຂະ​ແໜງ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ.

ນອກ​ນີ້, ຂ່າວ​ແຈ້ງ​ອີກ​ວ່າ, ພາຍຫຼັງການ​ເຈລະຈາ, ທ່ານ​ຊາບ ​ເອ​ເຣຄັດ ຜູ້​ແທນ​ການ​ເຈລະຈາ​ຜູ້​ທີ​ໜຶ່ງ​ຂອງ​ປາ​ເລັສຕິນກ່າວ​ວ່າ, ທ່ານ​ໂອນ​ເມິ​ດ​ໄດ້​ເຫັນ​ດີ​ປ່ອຍ​ຊາວ​ປາ​ເລັສຕິນ​ທີ່​ຖືກ​ກັກ​ຂັງ​ງວດ​ທີ​ໜຶ່ງ​ໃນ​ອາທິດ​ທຳ​ອິດ​ຂອງເດືອນ​ຈຳ​ສິນມຸສລີ​ມ​ແລ້ວ.