ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-12 17:06:35    
ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຫວັງ​​ໃຫ້​ເຈົ້າ​ຫນ້າ​ທີ່​ໄຕ້​ຫວັນ​ຊຸກ​ຍູ້​ການ​ສົ່ງ​ຕໍ່​ທວນ​ໄຟ​ສັກ​ສິດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ຢູ່​ໄຕ້​ຫວັນ

cri
ຕາມ​ຂ່າວ cri:ວັນ​ທີ 12 ກັນ​ຍາ​ນີ້ ຢູ່​ປັກ​ກິ່ງ ທ່ານ​ຫລີ​ເວີຍ​ອີ່ ​ໂຄສົກ​ຫ້ອງການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ຫວັງ​ໃຫ້​ເຈົ້າຫນ້າ​ທີ່​ໄຕ້​ຫວັນ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ອົງການ​ຈັດຕັ້ງ​ໂອ​ລິ​ມປິກ​ຂອງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນທີ່​ຕົກລົງ​ກັນ​ໂດຍຜ່ານ​ການ​ປຶກສາ​ຫາລື​ກັນ​ຢ່າງ​ສະ​ເຫມີ​ພາບ, ຊຸກ​ຍູ້​ການ​ສົ່ງ​ຕໍ່​ທວນ​ໄຟ​ສັກສິດ​ຂອງ​ງານ​ກິລາໂອ​ລິ​ມປິກ​ຢູ່​ໄຕ້ຫວັນ,ຕອບ​ສະຫນອງກັບ​ຄວາມ​ປາຖະຫນາອັນ​ດີງາມ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ໄຕ້​ຫວັນ​ອັນ​ໄພສານ​ທີ່​ສົ່ງ​ຕໍ່​ທວນ​ໄຟ​ສັກສິດ​ຢູ່​ໄຕ້ຫວັນ,ຫາກບໍ່​​ແມ່ນ​ສ້າງ​ອຸປະສັກ​ການ​ເມືອງ​ອັນ​ໃຫມ່.

​ເດືອນ​ກຸມພາ​ປີ​ນີ້,ອົງການ​ຈັດຕັ້ງງານກິລາ​ໂອ​ລິ​ມປິກທີ່​ກ່ຽວຂ້ອງ​ຂອງ​ສອງ​ຝັ່ງ​ອີງ​ຕາມ​ນ້ຳ​ໃຈ​ຂອງ​ກົດ​ບັດ​ງານ​ກິລາໂອ​ລິ​ມປິກ,ຜ່ານ​ການ​ປຶກສາ​ຫາລື​ກັນ​ຢ່າງ​ສະ​ເຫມີ​ພາບ,​ໄດ້​ກ້າວ​ເຖີງຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ສີ່​ຂໍ້,​ ​ໄດ້​ມອບ​ໃຫ້ຄະນະ​ກຳມະການ​​ໂອ​ລິ​ມປິກ​ສາກົນ, ແລະ​ໄດ້​ຮັບ​ການ​ອະນຸມັດແລ້ວ.ວັນ​ທີ 26 ​ເມສາ​ປີ​ນີ້,ຄະນະ​ກຳມະການ​ຈັດຕັ້ງງານກິລາໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ປະກາດ​ເສັ້ນທາງ​ສົ່ງ​ຕໍ່​ທວນ​ໄຟ.​ແຕ່​ຍ້ອນ​ເຈົ້າຫນ້າ​ທີ່​ໄຕ້​ຫວັນ​ພິຈາລະນາ​ຈາກ​ດ້ານ​ການ​ເມືອງ, ຈິ່ງ​ໄດ້​ປະຕິ​ເສດ​ຄວາມ​ຮັບ​ຮູ້​ຄື​ກັນດັ່ງກ່າວ.