ອະດີດປະທານາທິບໍດີຟິລິບປິນຖືກຕັດສິນຕິດຄຸກຕະຫລອດຊີວິດ
cri
ຕາມຂ່າວ cri:ວັນທີ 12 ກັນຍານີ້, ສານຕ້ານການສໍ້ລາດບັງຫລວງຂອງຟິລິບປິນໄດ້ທຳການຕັດສິນ,ເຫັນວ່າທ່ານໂຈເຊຟ ແອສທຼາດາ ອະດີດປະທານາທິບໍດີມີໂທດກິນສິນບົນ ສໍ້ລາດບັງຫລວງແລະໃຫ້ຄຳພິຍານປອມ,ຈະຖືກຕິດຄຸກຕະຫລອດຊີວິດ. ສານຕ້ານການສໍ້ລາດບັງຫລວງຂອງຟິລິບປິນແມ່ນໄດ້ທຳການຕັດສິນດັ່ງກ່າວພາຍຫລັງໄດ້ສຳຫລວດໄຕ່ສວນເປັນເວລາ 6 ປີ.ທ່ານແອສທຼາດາຖືກກ່າວຟ້ອງວ່າ,ໃນ 30 ເດືອນທີ່ທ່ານກຳອຳນາດ,ທ່ານໄດ້ກິນສິນບົນປະມານ 87 ລ້ານໂດລາ.
ກ່ອນນີ້,ທ່ານແອສທຼາດາໄດ້ກ່າວວ່າ, ຖ້າຖືກຕັດສິນມີໂທດ,ທ່ານຈະອຸທອນຕໍ່ສານສູງສຸດ.
ເພື່ອປ້ອງກັນບໍ່ໃຫ້ຜູ່ສະຫນັບສະຫນູນທ່ານແອສທຼາດາກໍ່ການປັ່ນປ່ວນ,ທະຫານແລະຕຳຫລວດທົ່ວປະເທດຟິລິບປິນໄດ້ເຂົ້າສູ່ສະພາວະປ້ອງກັນສີແດງແລ້ວ.
|
|