|
 |
(GMT+08:00)
2007-09-12 19:53:44
|
ວິສາຫະກິດເມືອງຈຸງກິງຈີນກັບກຳປູເຈຍເຊັນສັນຍາຮ່ວມມືດ້ານເສດຖະກິດການຄ້າ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 12 ກັນຍານີ້, ພິທີເຊັນສັນຍາໂຄງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງບໍລິສັດທີ່ກ່ຽວຂ້ອງຂອງເມືອງຈຸງກິງຈີນກັບກຳປູເຈຍຈັດຂຶ້ນຢູ່ເມືອງພະນົມເປັນ ນະຄອນຫຼວງກຳປູເຈຍ, ມູນຄ່າຂອງສັນຍາມີເຖິງ 10 ກວ່າລ້ານໂດລາ. ໃນນັ້ນ, ລວມທັງໂຄງການຕ່າງໆ, ເຊັ່ນ: ແຫຼ່ງບຳບັດຄວາມທຸກຍາກລ້ຽງມ້ອນປູກຕົ້ນມອນທີ່ມີຄຸນນະພາບແລະປະສິດທິຜົນສູງ 3 ໝຶ່ນເຮັກຕາ.
ນອກນັ້ນ, ວິສາຫະກິດຈຸງກິງຍັງໄດ້ບໍລິຈາກກົນຈັກກະສິກຳງວດໜຶ່ງໃຫ້ກຳປູເຈຍ.
ທ່ານວ່າງຢາງ ເລຂາຄະນະພັກເມືອງຈຸງກິງກ່າວວ່າ, ຫວັງໃຫ້ວິສາຫະກິດຈຸງກິງຫຼາຍກວ່າເກົ່າໄປລົງທຶນຢູ່ກຳປູເຈຍ, ໂດຍສະເພາະແມ່ນຂົງເຂດກະສິກຳທີ່ທ່ານຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍເອົາໃຈໃສ່ເປັນພິເສດ.
ວັນທີ 11 ກັນຍາ, ທ່ານວ່າງຢາງນຳພາຄະນະພັກກອມມູນິດຈີນເດີນທາງໄປຮອດກຳປູເຈຍ, ເລີ່ມດຳເນີນການຢ້ຽມຢາມດ້ວຍໄມຕີຈິດເປັນເວລາ 4 ມື້ຢູ່ກຳປູເຈຍ.
|
|
|