ໂຄສົກກະຊວງການຕ່າງປະເທດຈີນສະແດງຄວາມຢື້ຢາມຖາມຂ່າວຕໍ່ປະຊາຊົນປະສົບແຜ່ນດິນໄຫວ່ຂອງອິນໂດເນເຊຍ
cri
ຕາມຂ່າວ CRI: ວັນທີ 12 ກັນຍານີ້, ເຂດທະເລຢູ່ທິດຕາເວັນຕົກເກາະຊູມາເທຣາອິນໂດເນເຊຍເກີດແຜ່ນດິນໄຫວຢ່າງຮຸນແຮງ, ວັນທີ 13 ກັນຍານີ້, ຢູ່ທີ່ປັກກິ່ງ, ທ່ານນາງຈ່ຽງອີ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຝ່າຍຈີນສະແດງຄວາມຢື້ຢາມຖາມຂ່າວຕໍ່ປະຊາຊົນຢູ່ເຂດປະສົບແຜ່ນດິນໄຫວອິນໂດເນເຊຍ, ຫວັງວ່າ, ປະຊາຊົນຢູ່ເຂດປະສົບໄພອິນໂດເນເຊຍຜ່ານຜ່າຄວາມຫຍຸງຍາກ, ສ້າງບ້ານແປງເມືອງຄືນໃໝ່.
ວັນທີ 12 ກັນຍານີ້, 18 ໂມງ 10 ນາທີເວລາທ້ອງຖິ່ນ, ເກາະຊູມາເທຣາອິນໂດເນເຊຍເກີດແຜ່ນດິນໄຫວຂັ້ນ 7,9 ລິກເທີ. ຍ້ອນແຜ່ນດິນໄຫວເທື່ອນີ້ແຮງຫຼາຍແລະບ່ອນເກີດແຜ່ນດິນໄຫວຕື້ນ, ຢາກາດາ ນະຄອນຫຼວງອິນໂດເນເຊຍທີ່ໄກຈາກເກາະດັ່ງກ່າວຫຼາຍຮ້ອຍກິໂລແມັດ, ແລະສິງກາໂປ, ມາເລເຊຍ, ໄທກໍ່ໄດ້ລາຍງານວ່າໄດ້ມີຄວາມຮູ້ສຶກແຜ່ນດິນໄຫວດັ່ງກ່າວຢ່າງຈະແຈ້ງ. ອິນໂດເນເຊຍແລະປະເທດຈຳນວນໜຶ່ງທີ່ຢູ່ແຄມຝັ່ງມະຫາສະໝຸກອິນເດຍກໍ່ໄດ້ເຕືອນໄພຊູນາມີລ່ວງໜ້າ, ໃຊ້ມາດຕະການປ້ອງກັນ.
ສະຖິຕິຫຼ້າສຸດສະແດງໃຫ້ເຫັນວ່າ, ແຜ່ນດິນໄຫວທີ່ເກີດໃນອິນໂດເນເຊຍຢ່າງໜ້ອຍໄດ້ເຮັດໃຫ້ 10 ຄົນເສຍຊີວິດ, ຮ້ອຍກວ່າຄົນບາດເຈັບ.
|
|