ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-14 20:35:36    
ງານ​ເອ໌ສ​ໂປ​ຈີນ​ອາ​ຊຽນ​ໄດ້​ລົງ​ເລິກ​ການ​ພົວພັນ​ໝູ່ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 14 ກັນຍາ​ນີ້, ​ໃນ​ກອງປະຊຸມ​ຖະ​ແຫຼງຂ່າວ​ທີ່​ຕ້ອງການ​ຖະ​ແຫຼງຂ່າວລັດຖະບານ​ຈີນຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານຫຼີຈິ່ນຈາວ ຮອງ​ປະ​ທານ​ເຂດປົກຄອງ​ຕົນ​ເອງກວາງຊີ​ເຜົ່າ​ຈ້ວງຈີນ​ກ່າວ​ວ່າ, ງານ​ເອ໌ສ​ໂປ​ຈີນ​ອາ​ຊຽນ​ໄດ້​ລົງ​ເລິກ​ການ​ພົວພັນ​ໝູ່​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ.

ທ່ານຫຼີຈິ່ນຈາວກ່າວ​ວ່າ, ການຈັດ​ງານເອ໌ສ​ໂປ​ຈີນ​ອາ​ຊຽນ​ແລະ​​ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການລົງ​ທຶນ​ຈີນ​ອາ​ຊຽນ 3 ຄັ້ງຢ່າງ​ສຳ​ເລັດ​ຜົນນັ້ນ​, ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມື​​ລະຫວ່າງ​ຈີນ​ອາ​ຊຽນໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ: ການ​ລົງທຶນ​ການ​ຄ້າ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ, ​ໄດ້​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ລົງ​ເລິກ​ການ​ຂະຫຍາຍການ​ພົວພັນ​ໝູ່​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ລະຫວ່າງຈີນ​ອາ​ຊຽນ, ​ໄດ້​ກາຍ​ເປັນ​​ເວທີ​ສຳຄັນ​ແຫ່ງ​ການ​ຮ່ວມ​ມື​​ລະ​ຫວ່າງ​ຈີນອາ​ຊຽນໃນຫຼາຍຂົງ​ເຂດ​ແລະຫຼາຍລະດັບ​.