ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-14 20:44:35    
ຈີນ​ຫວັງ​ໃຫ້​ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ເຂົ້າ​ໃຈ​ສາ​ເຫດ​ແທ້​ຈິງ​ທີ່​ຜະລິດ​ຕະພັນ​ຈີນ​ຖືກ​​ເອີ້ນ​ຄືນ

cri
ຕາມ​ຂ່າວ CRI: ວັນ​ທີ 13 ກັນຍາ​ນີ້, ໃນ​ກອງປະຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່ວໍ​ຊິງຕັນ, ທ່ານ​ເວີ້​ຍຊວນ​ຈົ່ງ ຮອງ​ຫົວໜ້າ​ກົມ​ໃຫຍ່​ກວດກາ​ຄຸນ​ນະພາ​ບ​ແຫ່ງ​ຊາດຈີນ​ກ່າວ​ວ່າ​, ລັດຖະບາ​ນຈີນ​ເອົາ​ໃຈ​ໃສ່​ນຳ​ບັນຫາ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະ​ພາບ​ຂອງ​ຜະລິດ​ຕະພັນ​​ໃນ​ລະດັບ​ສູງ​, ຝ່າຍ​ຈີນ​ເຂົ້າ​ໃຈ​ຄວາມສົນ​ໃຈ​ຂອງ​ຝ່າຍ​ອາ​ເມ​ລິ​ກາ​ທີ່​ມີ​ຕໍ່​ຜະລິດ​ຕະພັນ​ຈີນທີ່​ບັນຫາ​ຈຳນວນ​ໜຶ່ງ, ​ແຕ່​ກໍ່​ຫວັງ​ໃຫ້ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ເຂົ້າ​ໃຈ​ສາ​ເຫດ​ແທ້​ຈິງ​ທີ່​ຜະລິດ​ຕະພັນ​ຈີນ​ຖືກ​​ເອີ້ນ​ຄືນ.

ທ່ານ​ເວີ້​ນຊວນ​ຈົ່ງ​ກ່າວ​ວ່າ, ກ່ຽວ​ກັບ​ບັນຫາ​​ເຄື່ອງຫຼິ້ນ​ເດັກນ້ອຍທີ່​ຜະລິດ​ຢູ່​ຈີນ​ຖືກ​ເອີ້ນ​ຄືນ​ໃນ​ຫວ່າງ​ມໍ່ໆ​ນີ້, ​ເມື່ອ​ສຳຫຼວດ​ແລ້ວ​​ເຫັນ​ວ່າ, ​ເຄື່ອງຫຼິ້ນ​ເດັກນ້ອຍ 85% ທີ່​ມີ​ບັນຫາ​ຄຸນ​ນະພາ​ບນັ້ນ​ແມ່ນ​ຍ້ອນ​ການ​ອອ​ກ​ແບບ​ຜິດ​ຂອງ​ຝ່າຍ​ອາ​ເມ​ລິ​ກາ, 15% ​ແມ່ນ​ຍ້ອນ​ວິ​ສາ​ຫະກິດ​ບາງ​ແຫ່ງ​ຂອງ​ຈີນ​ລະ​ເມີດຂໍ້​ກຳນົດ​. ຕໍ່ວິ​ສາ​ຫະກິດ​ຈີນ​ທີ່​ລະ​ເມີດຂໍ້​ກຳນົດ​ດັ່ງກ່າວ, ລັດຖະບານ​ຈີນໄດ້​ລົງ​ໂທດ​ຢ່າງ​ເຂັ້ມ​ງວດ​ແລ້ວ.

ຕໍ່​ບັນຫາ​ເຄື່ອງຫຼິ້ນ​ເດັກນ້ອຍມີ​ຊືນ​ເກີນ​ມາດຕະ​ຖານ​ແລະໄດ້​ເຮັດ​ໃຫ້​ພາຍ​ນອກ​ເອົາ​ໃຈ​ໃສ່​ນຳ​ຢ່າງ​ກວ້າງ​ຂວາງ​ນັ້ນ, ທ່ານ​ເວີ້​ນຊວນ​ຈົ່ງ​ກ່າວ​ວ່າ, ​ເຄື່ອງຫຼິ້ນ​ເດັກນ້ອຍ​ຂອງຈີນຫຼາຍອັນ​ທີ່​ຖືກ​ເອີ້ນ​ຄືນ​ແມ່ນ​ຍ້ອນ​ມາດ​ຕະການ​ຂອງ​ປະ​ເທ​ດຕ່າງໆ​ມີ​ຄວາມ​ຕ່າງ​ກັນ, ​ເຄື່ອງຫຼິ້ນ​​ເດັກນ້ອຍເຫຼົ່ານີ້​ສອດຄ່ອງ​ກັບ​ມາດ​ຕະຖານ​ຂອງ​ຈີນ​ແລະຂອງ​ສະຫະພາບ​ເອີ​ລົບ, ​ແຕ່​ໄດ້ສູງ​ກວ່າ​ມາດ​ຕະຖານ​ຂອງ​ອາ​ເມ​ລິ​ກາ​ໜ້ອຍ​ໜຶ່ງ. ກ່ຽວ​ກັບ​ບັນຫາ​ນີ້, ຂະ​ແໜງ​ການ​ກວດກາ​ຄຸນ​ນະພາ​ບຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​​ເຊັນສັນຍາ​ແລ້ວ, ຈະ​ຮັບປະກັນ​ໃຫ້​​ເຄື່ອງຫຼິ້ນ​ເດັກນ້ອຍ​ຂອງຈີນ​ທີ່​ຂາຍ​ໃຫ້​ອາ​ເມ​ລິ​ກາ​ຈະ​ຖືກ​ມາດ​ຕະຖານ​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບຂອງ​ອາ​ເມ​ລິ​ກາ.