ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-17 19:02:54    
ທ່ານ​ກຼີນ​ສພານ​ກ່າວວ່າ ອາ​ເມ​ລິ​ກາກໍ່​ສົງ​ຄາມ​ອີຣັກ​ເພື່ອ​ນ້ຳມັນ​ເຊື້ອ​ໄຟ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ໜັງສືພິມ"​ເດີ ຊັນ​ເດ ​ແທມສ໌"ຂອງ​ອັງກິດ​ສະບັບ​ວັນ​ທີ 16 ກັນຍາ​ນີ້ລາຍ​ງານ​ວ່າ,​ໃນໜັງສືຫວນ​ຄືນປະຫວັດສາດ​ຂອງ​ທ່ານ​ອາ​ລານ ກຼີນສພານ ອະດີດ​ປະທານ FED ຄື​ທະນາຄານ​ກາງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ທີ່​ຈະ​ພິມ​ຈຳໜ່າຍ​ໃນ​​ໄວໆ​ນີ້,​ໄດ້ຂຽນ​ວ່າ,ລັດຖະບານ​ບຸ​ສຂອງ​ອາ​ເມ​ລິ​ກາ​ກໍ່​ສົງຄາມ​ອີຣັກ​ໃນ​ປີ 2003,​ແມ່ນ​ເພື່ອ​ນ້ຳມັນ​ເຊື້ອ​ໄຟແທ້ໆ.

ຕາມ​ຂ່າວ​ແຈ້ງວ່າ,​ໃນ​ໜັງສື​ຫວນ​ຄືນ​ປະຫວັດສາດ,ທ່ານ​ກຼີນສພານ​ຂຽນ​ວ່າ,​ເຖິງ​ວ່າ​ລັດຖະບານ​ບຸສ​ຮັບ​ສາລະ​ພາບບໍ່​​ໄດ້ໃນ​ດ້ານ​ການ​ເມືອງ,​ແຕ່​​ເຂົາກໍ່​ສົງຄາມ​ອີຣັກ,ສຳຄັນແມ່ນ​ເພື່ອ​ນ້ຳມັນ​ເຊື້ອ​ໄຟ,ນີ້​ແມ່ນ​ຄວາມ​ຈິງ​ທີ່​ໃຜໆ​ກໍ່​ຮູ້​ແລ້ວ.

ລັດ​ຖະ​ບານ​ຂອງ​ອາ​ເມ​ລິກາ​ແລະ​ອັງກິດ​ຍຶດ​ໝັ້ນ​ຕະຫຼອດ​ມາ​ວ່າ,ພວກ​​ເຂົາກໍ່​ສົງຄາມບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ນ້ຳມັນ​ເຊື້ອ​ໄຟ.ທ່ານ​ບຸ​ສ ປະທາ​ນາທິ​ບໍດີ​ອາ​ເມ​ລິ​ກາ​ເຄີຍ​ກ່າວ​ວ່າ,ການ​ກໍ່​ສົງຄາມ​ແມ່ນ​ເພື່ອລົບ​ລ້າງ​ອາວຸດ​ລ້າງຜານ​ຂະໜາດ​ໃຫຍ່​ຂອງ​ອີຣັກ,​ແລະ​ໃຫ້​ຊາ​ດາມ​ສິ້ນສຸດການ​ສະໜັບ​ສະ​ໜູນລັດທິ​ກໍ່​ການ​ຮ້າຍ.