ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-18 20:25:02    
ຕາ​ໜ່າງ​ໄຟຟ້າ​ພາກ​ໃຕ້​ຈີນ​ຮ່ວມ​ມື​ກັບ​ທະ​ນາ​ຄານ​​ໂລກ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ພະລັງ​ງານ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 17 ກັນຍາ​ນີ້,ຢູ່​ປັກ​ກິ່ງ,ບໍລິສັດ​ຕາໜ່າງ​ໄຟຟ້າ​ພາກ​ໃຕ້​ຈີນ​ກັບ​ທະນາຄານ​ໂລກ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ວຍຈຳ​ການ​ຮ່ວມ​ມື​ຢ່າງ​ເປັນ​ທາງ​ການ,ອີງ​ຕາມ​​ເອກະສານ​ດັ່ງກ່າວ,ສອງ​ຝ່າຍ​ຈະ​ໃຊ້​ມາດ​ຕະການ​ຮ່ວມ​ມື​ຫຼາຍ​ຢ່າງ,ພ້ອມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ພະລັງງານ​ໃນ​ອະນຸ​ພາກພື້ນ​ແມ່​ນ້ຳຂອງ.

ອີງ​ຕາມ​ບົດ​ບັນທຶກ​ຊ່ວຍ​ຈຳ,ຕາໜ່າງ​ໄຟຟ້າ​ພາກ​​ໃຕ້​ຈີນ​ຈະ​ລົງທຶນ​ເຂົ້າ​ໃນ​ໂຄງການ​ໄຟຟ້າ,ນອກ​ນັ້ນ,ຍັງ​ຈະ​ພ້ອມ​ກັນ​ກັບ​ທະນາຄານ​ໂລກ,​ໃຫ້​ການສະໜັບສະໜູນ​ດ້ານ​ເຕັກນິກ​ທີ່​ກ່ຽວຂ້ອງ​ແລະ​ອົບຮົມ​ພະນັກງານ​ໃຫ້ພາກສ່ວນ​ໄຟຟ້າ​ຂອງ​ປະ​ເທດ​ຕ່າງໆ​ໃນ​ອະນຸ​ພາກ​ພື້ນ.ທະນາຄານ​ໂລກ​ຈະ​​ໃຫ້ບູລິ​ມະ​ສິດສະໜອງ​ເຄື່ອງມື​ລະດົມ​ທຶນ​ໃໝ່​ໃຫ້​ຕາໜ່າງ​ໄຟຟ້າ​ພາກ​ໃຕ້​ຈີນ​,ບຸກ​ເບີກ​ຕະຫຼາດ​ໄຟຟ້າ​​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ຢ່າງ​ດີກ​ວ່າ​ເກົ່າ.

ໃນ​ຖານະ​ທີ່​ເປັນ​ຫົວໜ່ວຍຝ່າຍ​ຈີນ​ທີ່​ປະຕິບັດການ​ຮ່ວມ​ມື​ດ້ານ​ໄຟຟ້າ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ທີ່​ລັດຖະບານ​ຈີນ​ໄດ້​ມອບ​ສິດ,​ໃນ​ຫຼາຍ​ປີ​ມາ​ນີ້,ບໍລິສັດ​ຕາໜ່າງ​ໄຟຟ້າ​ພາກ​ໃຕ້​ຈີນ​ໄດ້​ດຳ​ເນີນ​ໂຄງການ​ຮ່ວມ​ມື​ພາກ​ພື້ນດ້ານ​ໄຟຟ້າກັບ​ພາກສ່ວນ​ໄຟຟ້າ​ຂອງ​ຫວຽດນາມ ລາວ ມຽນມາ​ແລະ​ໄທ​ເປັນ​ຕົ້ນ​ຕາມໆ​ກັນ.