|
 |
(GMT+08:00)
2007-09-18 20:34:01
|
ສະໜາມບິນສາກົນພູເກັດຂອງໄທເລີ່ມເປີດໃຊ້ຄືນໃໝ່
cri
Author: cai
ຕາມຂ່າວສານຈີນ:ຫຼັງຈາກເກີດເຫດການຍົນລະເບີດໃນວັນທີ 16 ກັນຍານີ້,ສະໜາມບິນສາກົນພູເກັດຂອງໄທທີ່ໄດ້ປິດຈົນຮອດຕອນບ່າຍຂອງວັນທີ 17 ກັນຍານີ້ຈຶ່ງເປີດໃຊ້ຄືນໃໝ່.
ຖ້ຽວບິນທີ່ລົງຈອດສະໜາມບິນສາກົນພູເກັດລຳທຳອິດຫຼັງຈາກໄດ້ເປີດໃຊ້ຄືນໃໝ່ແມ່ນຍົນກອງທັບອາກາດຂອງໄທທີ່ທ່ານສຸລະຍຸດ ຈຸລານົນ ນາຍົກລັດຖະມົນຕີໄທແລະລັດຖະມົນຕີກະຊວງການຕ່າງປະເທດຂີ່ກັບຄືນມາໄທ.ຢູ່ສະໜາມບິນ,ທ່ານນາຍົກສຸລະຍຸດກ່າວວ່າ,ອຸບັດຕິເຫດຍົນລະເບີດເທື່ອນີ້ແມ່ນເຫດການທີ່ເປັນໜ້າສັງເວດໃນປະຫວັດການບິນຂອງໄທໃນເກືອບສິບປີມານີ້.ທ່ານໄດ້ສະແດງຄວາມເຫັນອົກເຫັນໃຈແລະຄວາມຖາມຂ່າວນຳຄອບຄົວຂອງຜູ້ປະສົບເຄາະຮ້າຍແລະຜູ້ບາດເຈັບໃນເຫດການເທື່ອນີ້.
ອຸປະຕິເຫດຍົນລະເບີດເທື່ອນີ້ໄດ້ເຮັດໃຫ້ 89 ຄົນເສຍຊີວິດ,41 ຄົນບາດເຈັບ.
|
|
|