|
 |
(GMT+08:00)
2007-09-20 19:50:55
|
 |
ກອງປະຊຸມສົ່ງເສີມການຊ່ວຍເຫຼືອດ້ານການຄ້າພາກພື້ນອາຊີປາຊິກຟິກຄັ້ງປະຖົມມະເລີກເອົາໃຈໃສ່ນຳອົງກອນເສດຖະກິດອ່ອນນ້ອຍໃນພາກພື້ນ
cri
Author: cai
ຕາມຂ່າວສານຊີນຮວາ:ກອງປະຊຸມສົ່ງເສີມການຊ່ວຍເຫຼືອດ້ານການຄ້າພາກພື້ນອາຊີປາຊິກຟິກຄັ້ງປະຖົມມະເລີກໄດ້ຈັດຂຶ້ນຢູ່ມານີລາ ນະຄອນຫຼວງຟີລິບປິນແຕ່ວັນທີ 19 ຫາວັນທີ 20 ກັນຍານີ້,ກອງປະຊຸມມີຈຸດປະສົງເພື່ອຊ່ວຍອົງກອນເສດຖະກິດທີ່ພວມພັດທະນາໂດຍສະເພາະແມ່ນອົງກອນເສດຖະກິດອ່ອນນ້ອຍໃນພາກພື້ນອາຊີປາຊິກຟິກເຂົ້າຮ່ວມການຄ້າທົ່ວໂລກແລະເຮັດໃຫ້ພວກເຂົາເຈົ້າໄດ້ຮັບຜົນປະໂຫຍດ.
ກອງປະຊຸມເທື່ອນີ້ແມ່ນທະນາຄານພັດທະນາອາຊີກັບອົງການການຄ້າໂລກຮ່ວມກັນເປັນເຈົ້າພາບຈັດຂຶ້ນ,ເຈົ້າໜ້າທີ່ການເງິນແລະການຄ້າ 20 ກວ່າທ່ານຂອງພາກພື້ນອາຊີປາຊິກຟິກພ້ອມດ້ວຍຜູ້ແທນຂອງອົງການຊ່ວຍເຫຼືອດ້ານການຄ້າແລະວິສາຫະກິດເອກະຊົນທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມກອງປະຊຸມເທື່ອນີ້.
ຜູ້ເຂົ້າຮ່ວມກອງປະຊຸມໃຫ້ຄຳໝັ້ນສັນຍາວ່າ,ຈະຊ່ວຍອົງກອນເສດຖະກິດອ່ອນນ້ອຍໃນພາກພື້ນອາຊີປາຊິກຟິກດຳເນີນການປະຕິຮູບ,ເພື່ອຊ່ວຍເຂົາເຈົ້າເຂົ້າຮ່ວມຂະບວນການໂລກາພິວັດ,ແລະເຮັດໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດຈາກການຄ້າທົ່ວໂລກ.
|
|
|