ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-09-21 18:49:07    
ງານ​ສຳ​ມະ​ນາ​ກ່ຽວ​ກັບ​ການ​​​ເກືອດ​ຫ້າມຢາ​ເສບ​ຕິດ​ຂອງ​ເວທີ​ປາ​ໄສ​ອາ​ຊຽນກ່າວ​ເນັ້ນວ່າ ຕ້ອງຊັກ​ນຳ​ປະຊາຊົນ​ໃຫ້​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ​ແລະ​ໂຈມ​ຕີ​ການ​ຕ້ອງ​ໂທດ​ທີ່​ກ່ຽວ​ພັນ​ເຖິງຢາ​ເສບ​ຕິດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ງານສຳ​ມະ​ນາ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ຂອງ​​ເວທີ​ປາ​ໄສ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ຊີ່​ອ່ານ ​ແຂວງ​ສ້ານ​ຊີ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 21 ກັນຍາ​ນີ້,ຫົວ​ຂໍ້​ກອງ​ປະຊຸມແມ່ນ"ສັງຄົມ​ເຂົ້າ​ຮ່ວມ​ວຽກ​ງານ​ເກືອດ​ຫ້າມ​ຢາ​ເສບ​ຕິດ".ງານສຳ​ມະ​ນາ​ເທື່ອ​ນີ້​ແມ່ນ​ຈີນ​ກັບ​ໄທ​ຮ່ວມ​ກັນ​ເປັນ​ເຈົ້າພາບ​ຈັດ​ຂຶ້ນ,​​ເຈົ້າ​ໜ້າ​ທີ່​​ເກືອດ​ຫ້າມຢາ​​ເສບ​ຕິດ​ແລະ​ນັກ​ການທູດ​ຂອງ 23 ຝ່າຍ​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ອາ​ຊຽນ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມ.

ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາເຫັນ​ວ່າ,ສະຖານະ​ການ​ຜະລິດ​ແລະ​ຄ້າຂາຍຢາ​ເສບ​ຕິດ​ໃນ​ພາກ​ພື້ນ​ແຫ່ງ​ນີ້ໜັກໜ່ວງຫຼາຍ,​ໄດ້​ຂົ່ມຂູ່​ຄວາມໝັ້ນຄົງ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາຂອງ​ເສດຖະກິດ​ຂອງ​ພາກ​ພື້ນ,ກ່າວ​​ເນັ້ນ​ວ່າ,ປະ​ເທດ​ຕ່າງໆ​ຄວນ​ລະດົມ​ກຳລັງ​ສັງຄົມ​ຢ່າງ​ກວ້າງຂວາງ,ຊັກ​ນຳ​ປະຊາຊົນ​ເຂົ້າຮ່ວມ​ການ​ປ້ອງ​ກັນ​ແລະໂຈມ​ຕີ​ການ​ຕ້ອງ​ໂທດທີ່​ກ່ຽວ​ພັນ​ເຖິງຢາ​ເສບ​ຕິດ,ສ້າງ​ບັນຍາກາດອັນດີງາມ​ທີ່​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ພ້ອມ​ກັນ​ເຂົ້າ​ຮ່ວມ​ວຽກ​ງານ​ປາບ​ປາມ​ຢາ​​ເສບ​ຕິດ.

ງານສຳ​ມະ​ນາ​ໄດ້​ຍ້ອງຍໍ​ຢ່າງ​ເຕັມທີ່​ຕໍ່​ເວທີ​ປາ​ໄສ​ອາ​ຊຽນທີ່​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ການ​ຊຸກຍູ້​ການ​ສົນທະນາ​ແລະຮ່ວມ​ມື​ກັນໃນ​ຂົງ​ເຂດ​ເກືອດ​ຫ້າມຢາ​ເສບ​ຕິດ​ແລະ​ຍົກ​ຄວາມ​ສາມາດກວມລວມຂອງ​ພາກ​ພື້ນ​ແຫ່ງ​ນີ້​ໃນ​ການ​ຮ່ວມ​ກັນ​ຮັບມື​ກັບການ​ທ້າ​ທາຍ​ໃຫ້​ສູງ​ຂຶ້ນ,ຮຽກຮ້ອງ​ໃຫ້​ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ,​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ຂໍ້​ມູນ​ຂ່າວສານ​ແລະ​ບົດຮຽນ.