ເຈົ້າໜ້າທີ່ຫວຽດນາມກ່າວວ່າ ເຫຼັກຄ້ຳຊົ່ວຄາວບໍ່ໝັ້ນຄົງອາດຈະແມ່ນມູນເຫດທີ່ພາໃຫ້ຂົວໃຫຍ່ເກິນເຖີ່ພັງທະລາຍ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 29 ກັນຍານີ້,ທ່ານໂຮເງຍຢຸງ ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງຫວຽດນາມກ່າວວ່າ,ເຫຼັກຄ້ຳຊົ່ວຄາວທີ່ຄ້ຳຂົວບໍ່ໝັ້ນອາດຈະແມ່ນມູນເຫດສຳຄັນທີ່ພາໃຫ້ຂົວເກິນເຖີ່ພັງທະລາຍ.ກະຊວງຄົມມະນາຄົມອາດຈະເຊີນບໍລິສັດທີ່ບໍ່ສັງກັດກະຊວງຄົມມະນາຄົມມາສຳຫຼວດສາເຫດແທ້ຈິງທີ່ເຮັດໃຫ້ເກີດເຫດການນີ້.
ທ່ານກ່າວວ່າ,ພາຍຫຼັງໄດ້ຊຳລະສະຖານທີ່ເກີດເຫດການແລ້ວ,ຂົວເກິນເຖີ່ຍັງຈະສ້າງຕໍ່ໄປ.
ວັນທີ 26 ກັນຍານີ້,ຂົວເກິນເຖີ່ທີ່ພວມສ້າງຢູ່ໄດ້ພັງທະລາຍ,ນັບມາຮອດປະຈຸບັນ,ໄດ້ພາໃຫ້ 50 ຄົນເສຍຊີວິດ 87 ຄົນບາດເຈັບ.ວຽກງານກອບກູ້ຍັງພວມດຳເນີນຕໍ່ມາ.
|
|