ເຂດທະເລໃກ້ເກາະຊູມາຕຼາອິນໂດເນເຊຍເກີດແຜ່ນດິນໄຫວຂັ້ນ 6,4 ລິກເທີ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 2 ຕຸລານີ້,ອົງການອຸຕຸນິຍົມແລະຟີຊິກໜ່ວຍໂລກອິນໂດເນເຊຍຢືນຢັນວ່າ,10 ໂມງ 43 ນາທີ ເວລາທ້ອງຖິ່ນ,ຢູ່ເຂດທະເລຕາເວັນຕົກສຽງໃຕ້ແຂວງເບີງຄູລູ ເກາະຊູມາຕຼາ ອິນໂດເນເຊຍ,ໄດ້ເກີດແຜ່ນດິນໄຫວຂັ້ນ 6,4 ລິກເທີ.ເຈົ້າໜ້າທີ່ອິນໂດເນເຊຍໄດ້ປະກາດການເຕືອນໄພຄື້ນຊູນະມີໃນທັນທີ,ປະຈຸບັນ,ຍັງບໍ່ທັນມີການລາຍງານກ່ຽວກັບຄົນເສຍຊີວິດຫຼືບາດເຈັບແລະຄວາມເສຍຫາຍດ້ານຊັບສິນ.
ເຈົ້າໜ້າທີ່ອົງການອຸຕຸນິຍົມແລະຟີຊິກໜ່ວຍໂລກອິນໂດເນເຊຍກ່າວວ່າ,ໃຈກາງແຜ່ນດິນໄຫວຢູ່ທະເລຈາກເມືອງໄລສ໌ ແຂວງເບີງຄູລູໄປສູ່ທິດຕາເວັນຕົກສຽງໃຕ້ 159 ກິໂລແມັດ,ແຫຼ່ງເກີດແຜ່ນດິນໄຫວຢູ່ພື້ນທະເລເລິກ 20 ກິໂລແມັດ.ປະຈຸບັນ,ການເຕືອນໄພຄື້ນຊູນະມີໄດ້ຖືກຍົກເລີກແລ້ວ.
|
|