ທ່ານສຸລະຍຸດກ່າວວ່າ ຈະສືບຕໍ່ນຳພາລັດຖະບານຊົ່ວຄາວຂອງໄທກ່ອນການເລືອກຕັ້ງທົ່ວໄປ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 2 ຕຸລານີ້,ໃນເວລາກ່າວຄຳປາໄສທາງໂທລະພາບຕໍ່ປະຊາຊົນທົ່ວປະເທດ,ທ່ານສຸລະຍຸດ ຈຸລານົນ ນາຍົກລັດຖະມົນຕີໄທກ່າວວ່າ,ທ່ານຈະນຳພາລັດຖະບານຊົ່ວຄາວຂອງໄທຈົນເຖິງເວລາຈັດການເລືອກຕັ້ງທົ່ວໄປເທື່ອໃໝ່.
ທ່ານສຸລະຍຸດກ່າວວ່າ,ເພື່ອເຮັດໃຫ້ການພັດທະນາຂອງການເມືອງ ເສດຖະກິດແລະສັງຄົມຂອງໄທບໍ່ຂາດໄປ,ທ່ານຈະສືບຕໍ່ນຳພາລັດຖະບານຊົ່ວຄາວ.ທ່ານກ່າວວ່າ,ບັນຊີລາຍຊື່ສະມາຊິກລັດຖະບານຊຸດໃໝ່ໄດ້ມອບໃຫ້ເຈົ້າຊີວິດແລ້ວ,ພວມລໍຖ້າອະນຸມັດ.ທ່ານຍັງກ່າວວ່າ,ຍ້ອນວ່າຈາກການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນວັນທີ 23 ທັນວາປີນີ້ຍັງມີເວລາບໍ່ຫຼາຍແລ້ວ,ທ່ານຈະເຊີນຄົນໜ້ອຍທີ່ສຸດເຂົ້າເປັນສະມາຊິກລັດຖະບານ.
ທ່ານສຸລະຍຸດຍັງກ່າວວ່າ,ລັດຖະບານຊຸດປະຈຸບັນຈະອອກແຮງສຸດຂີດສະໜັບສະໜູນຄະນະກຳມະການເລືອກຕັ້ງແຫ່ງຊາດຈັດການເລືອກຕັ້ງທົ່ວໄປຕາມເວລາກຳນົດ,ທ່ານເອງຈະພະຍາຍາມສຸດຂີດເພື່ອຮັບປະກັນຄວາມຍຸດຕິທຳແລະປອດໄສຂອງການເລືອກຕັ້ງທົ່ວໄປເທື່ອນີ້.
|
|