ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-04 17:52:41    
ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການ​ພົບ​ປະ​ຂັ້ນ​ສຸດ​ຍອດ​ລະ​ຫວ່າງ​ສປປ​ເກົາ​ຫລີ​ກັບ​​ສ.​ເກົາ​ຫລີ​ຄັ້ງ​ທີ​ສອງ​ແລະ​ໄດ້​ຮັບ​ຫມາກ​ຜົນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ຕຸລາ​ນີ້ ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ການພົບ​ປະ​ຂັ້ນສຸດ​ລະຫວ່າງ​​ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາ​ຫລີ​ກັບສາທາລະນະ​ລັດ​ເກົາຫລີ ຄັ້ງທີ​ສອງ​ແລະ​ໄດ້​ຮັບ​ຫມາກຜົນ.
ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ, ​ຈີນ​ສະ​ຫນັບ​ສະ​ຫນູນ​ຕະຫລອດ​ມາ​​ໃຫ້ສອງ​ຝ່າຍ​ເຫນືອ​ໃຕ້​ຂອງ​ແຫລມ​ເກົາຫລີ​ປົວ​ແປງ​ການ​ພົວພັນ​ໃຫ້​ດີ​ຂຶ້ນ​ໂດຍ​ຜ່ານ​ການ​ສົນທະນາ,​ເພື່ອ​ບັນລຸ​ຄວາມ​ປອງ​ດອງ​ກັນ​ແລະ​ຮ່ວມ​ມື​ກັນ. ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ການພົບ​ປະ​ປະຂັ້ນສຸດ​ຍອດ​ລະຫວ່າງ​ສປປ​ເກົາຫລີ​​ກັບສ.​ເກົາຫລີ​ຄັ້ງທີ​ສອງ​ແລະ​ໄດ້​ຮັບ​ຫມາກຜົນ,​​ເຊື່ອ​ວ່າ​ນີ້​ຈະ​ມີ​ຜົນ​ດີ​ຕໍ່​ຂະ​ບວນວິວັດ​ສັນຕິພາບ​ຂອງ​ແຫລມ​ເກົລຫີ,ມີ​ຜົນ​ດີ​ຕໍ່​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນີ້.

ຂ່າວ​ແຈ້ງ​ອີກ​ວ່າ, ພາຍຫລັງ​ທ່ານ​ກິມ​ເຈິ​ງອີນ ຜູ່​ນຳ​ສູງ​ສຸດ​ຂອງ​ສາທາ​ລະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​​ເກົາຫລີ​ກັບ​ທ່ານ​ໂຣມູຢຸນ ປະທານາທິບໍດີ​ສາທາລະນະ​ລັດ​ເກົາຫລີ​ເຊັນ​ຖະ​ແຫລ​ງການ​ການ​ວ່າ​ດ້ວຍ​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນ​ໂດຍ​ສັນຕິ​ແຫ່ງ​ການ​ພົວພັນ​ເຫນືອ​ໃຕ້​ຢູ່​ພຽງ​ຢາງ​ໃນ​ວັນ​ທີ 4 ຕຸລາ​ນີ້​,ການ​ພົບ​ປະ​ເທື່ອ​ນີ້​ກໍ່​ສິ້ນ​ສຸດ​ລົງ.ຕອນ​ບ່າຍ​ມື້​ດຽວ​ນີ້, ທ່ານ​ໂລ​ມູຢຸນ​ໄດ້​ເດີນທາງ​ອອກ​ຈາກ​ພຽງ​ຢາງ​ກັບ​ຄືນ​ປະ​ເທດ.

ຖະ​ແຫລ​ງການ​ທີ່​ສອງ​ຝ່າຍ​ປະກາດ​ນັ້ນລວມີ​ເນື້ອ​ໃນ 8 ດ້ານ​, ສອງ​ຝ່າຍ​ໄດ້​ກ້າວ​ເຖີງຂັ້ນ​ເປັນ​ເອກະ​ພາບ​ກັນ​ຢ່າງ​ກວ້າງຂວາງ​ໃນ​ບັນຫາ​ຕ່າງໆ​ເຊັ່ນ:ສອງ​ຝ່າຍ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ເພີ່ມ​ທະວີ​ການ​ສົນທະນາ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ດ້ານ​ເສດຖະກິດ​ແລະ​ມະນຸດສະທຳ ຊຸກ​ຍູ້ການ​ສ້າງ​ກົນ​ໄກ​ສັນຕິພາບ​ແລະ​ການ​ປອດ​ນິວ​ເຄຼຍຢູ່​ແຫລມ​ເກົາຫລີ,​ໃນ​ນັ້ນ,ລວມທັງ​ສອງ​ຝ່າຍ​ຈະ​ນຳ​ໃຊ້​ທາງ​ລົດ​ໄຟ​ຕາມ​ຝັ່ງທະ​ເລ​ຕາ​ເວັນ​ຕົກ​ຂົນ​ສົ່ງກອງ​​ເຊຍຮ່ວມ​ເຫນືອ​ໃຕ້​ໄປ​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ເປັນຄັ້ງທຳ​ອິດ.