|
 |
(GMT+08:00)
2007-10-06 15:36:34
|
 |
ສະພາຄວາມຫມັ້ນຄົງຮັບຟັງການລາຍງານຂອງທູດພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບສະຖານະການມຽນມາ
cri
ຕາມຂ່າວ cri:ວັນທີ 5 ຕຸລານີ້ ສະພາຄວາມຫມັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມ,ຮັບຟັງການລາຍງານສະຖານະການມຽນມາໃນຫວ່າງມໍ່ໆນີ້ຂອງທ່ານກຳບາຣີ ທີ່ປຶກສາພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບບັນຫາມຽນມາ. ທ່ານກຳບາຣີກ່າວວ່າ, ວິກິດການຂອງມຽນມາຕົ້ນຕໍແມ່ນຍ້ອນປະຊາ ຊົນບໍ່ພໍໃຈຕໍ່ສະຖານະການເສດຖະກິດສັງຄົມພາຍໃນປະເທດມຽນມາ. ມຽນມາໄດ້ໃຊ້ການເຄື່ອນໄຫວອັນຕັ້ງຫນ້າຈຳນວນຫນຶ່ງແລ້ວ.ທ່ານກ່າວເນັ້ນວ່າ,ອະນາຄົດຂອງມຽນມາຢູ່ໃນກຳມືຂອງລັດຖະບານແລະປະຊາຊົນທັງປວງຂອງມຽນມາ.
ທ່ານບານກີມູນໄດ້ສະແດງຄວາມຊົມເຊີຍຕໍ່ພົນເອກພິເສດທານສເວ ຜູ່ນຳມຽນມາຍິນດີເຈລະຈາກັບນາງອອງຊານຊູຈີຢ່າງມີເງື່ອນໄຂ,ແລະຮຽກຮ້ອງໃຫ້ຈັດການເຈລະຈາໂດຍໄວ.
ທ່ານໄຄທິນເວ ເອກອັກຄະລັດຖະທູດມຽນມາປະຈຳສະຫະປະຊາຊາດກ່າວວ່າ, ສະຖານະການຂອງມຽນມາບໍ່ໄດ້ຂົ່ມຂູ່ເຖີງສັນຕິພາບແລະຄວາມຫມັ້ນຄົງຂອງພາກພື້ນກໍ່ຄືຂອງໂລກ.ທ່ານຮຽກຮ້ອງສະພາຄວາມຫມັ້ນຄົງຢ່າສູ້ນຳໃຊ້ການເຄື່ອນໄຫວທີ່ອາດຈະທຳລາຍເຖີງການໄກ່ເກ່ຍຂອງເລຂາທິການໃຫຍ່ສະຫະປະຊາຊາດ.
ທ່ານວາງກວງຢ້າ ເອກອັກຄະລັດຖະທູດຈີນປະຈຳສະຫະປະຊາຊາດຊີ້ອອກວ່າ, ອະນາຄົດຂອງມຽນມາມີແຕ່ໃຫ້ປະຊາຊົນແລະລັດຖະບານ ມຽນມາແກ້ໄຂໂດຍອີງຕາມຄວາມຍາຍາມຂອງຕົນ.ທ່ານມີເຈດຈຳນົງໃຫ້ສະພາຄວາມຫມັ້ນຄົງສະຫະປະຊາຊາດໃຊ້ທ່າທີລະມັດລະວັງແລະຮັບຜິດຊອບຕໍ່ການແກ້ໄຂບັນຫາມຽນມາ.
|
|
|