ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Thursday    Apr 24th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-06 18:04:04    
ມຽນມາ​ປ່ອຍ​ຕົວ​ພະ​ສົງ 404 ອົງ

cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 6 ຕຸລາ​ນີ້,ສື່​ມວນ​ຊົນ​ມຽນມາລາຍ​ງານ​ວ່າ:ພະສົງ 404 ອົງ​ທີ່​ຖືກ​ກອງ​ທະ​ຫານ​ຮັກ​ສາ​ຄວາມ​ປອດ​ໄພພາ​ໄປ​ສືບ​ຖາມ​ໃນ​ການ​ເຄື່ອນ​ໄຫວ​ກວດກາ​ວັດ​ຢູ່​ຢາງ​ກຸງຫວ່າງ​ກ່ອນ​ນີ້​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ.

ນັບແຕ່​ເຂົ້າ​ເດືອນ​ກັນຍາ​ມາ​ນີ້,ພະ​ສົງ​ແລະ​ປະຊາຊົນ​ສ່ວນ​ໜຶ່ງຂອງ​ມຽນມາ​​ໄດ້​ແຫ່​ຂະ​ບວນສະ​ແດງ​ກຳລັງຢູ່​ຕາມ​ຖະໜົນ,ຮຽກ​ຮ້ອງ​ໃຫ້​ຫຼຸດ​ລາຄາ​ສິນຄ້າ,ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ,​ແລະ​ບັນລຸ​ການ​ປອງ​ດອງ​ຊາດ.ລັດຖະບານ​ມຽນມາ​ເຫັນ​ວ່າ,ນີ້​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ມີ​ອິດ​ທິກຳລັງ​ຕ້ານ​ລັດຖະບານ​ຂົນຂວາຍ.​ເພື່ອ​ຟື້ນ​ຟູ​ສະຖານະ​ການ​ໃຫ້​ເປັນ​ປົກ​ກະຕິ,ວັນ​ທີ 25 ກັນຍາ​ແລ້ວ​ນີ້,ຝ່າຍ​ທາງ​ການ​ມຽນມາ​ໄດ້​ປະກາດ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ​ຢູ່​ຢາງ​ກຸງ​ແລະ​ມານ​ດາ​ເລ,ພ້ອມ​ກັນ​ນັ້ນ,ຫ້າມປະຊາຊົນ​ຊຸມນຸມ​ກັນ​ແລະ​ແຫ່​ຂະ​ບວນ​ໃນ​ຍາມ​ກາງ​ເວັນ.ຕາມ​ຂໍ້​ມູນ​ຂອງ​ຝ່າຍ​ທາງ​ການ,ພາຍຫຼັງ​ໄດ້​ປະຕິບັດ​ການ​ຫ້າມ​ສັນຈອນ​ໃນ​ຍາມ​ກາງຄືນ​ແລ້ວ,ມີ 10 ຄົນ​ຕາຍ,61 ຄົນ​ເຊິ່ງລວມທັງ​ຜູ້​ຮັກສາ​ຄວາມ​ປອດ​ໄພ 45 ຄົນ​ບາດ​ເຈັບ.

ໃນ 5 ມື້ມາ​ນີ້,ຢູ່​ຢາງ​ກຸງ​ແລະ​ມານ​ດາ​ເລ,ສະຖາ​ນະ​ການ​ໄດ້​ສະຫງົບ​ລົງ,ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກໍ່​ໄດ້​ຄ່ອຍໆ​ເປັນ​ປົກກະຕິ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040