ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-06 18:17:24    
ບໍ​ລິ​ສັດ​ຈີນ​ທີ່​ຈົດ​ທະ​ບຽນ​ຢູ່​ກຳ​ປູ​ເຈຍ​ມີ 3000 ກວ່າ​ແຫ່ງ,​ເປັນ​ທີ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ໄປ​ລົງ​ທຶນ

cri
ຕາມ​ຂ່າວສານ​ຊີ​ນຮວາ:ຫນັງສືພິມ​ຮວາ​ຊ່າງ​ຢື້​ປ້າວ​ຂອງ​ກຳປູ​​ເຈຍ​ສະບັບ​ວັນ​ທີ 6 ຕຸລາ​ນີ້​ລາຍ​ງານ​ວ່າ, ​ໃນ​ເວລາ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍພິຈາລະນາ​ຮ່າງກົດຫມາຍ​ວ່າ​ດ້ວຍ​ການ​ຫລົ້ມຈົມ​ໃນ​ວັນ​ທີ 5 ຕຸລາ​ນີ້,​ໄດ້​​ເປີດເຜີຍ​ວ່າ, ປັດຈຸບັນ ບໍລິສັດຈີນ​ທີ່​ຈົດ​ທະບຽນ​ຢູ່​ກຳປູ​ເຈຍ​ໄດ້​ມີ 3016 ​ແຫ່ງ, ​ເປັນ​ທີ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ໄປ​ລົງທຶນ.

ຕາມ​ເຜີຍ​ໃຫ້​ຮູ້​ວ່າ, ປັດຈຸບັນ,ບໍລິສັດ​ສາທາລະນະ​ລັດ​ເກົາຫລີ​ທີ່​ຈົດ​ທະບຽນ​ຢູ່ກຳ​ປູ​ເຈ​ຍມີ 1162 ​ແຫ່ງ, ສິງກະ​ໂປ​ມີ 1036 ​ແຫ່ງ, ມາ​ເລ​ເຊຍ​ມີ 918 ​ແຫ່ງ, ​​ໄທ​ມີປະມານ 800 ​ແຫ່ງ.

ຕົວ​ເລກ​ຝ່າຍ​ທາງ​ການສະ​ແດງ​ໃຫ້​ເຫັນ​ວ່າ, ໃນ​ຫລາຍ​ປີ​ມາ​ນີ້ ​ເສດຖະກິດ​ກຳປູ​ເຈຍ​ໄດ້​​ເຕີບ​ໂຕ​ຢ່າງ​ຫມັ້ນທ່ຽງ​ແລະ​ວອງ​ໄວ​, ອັດຕາ​ເຕີບ​ໂຕ​ຂອງ​ເສດຖະກິດ​ໃນສາມ​ປີຜ່ານມາ​ໄດ້​ບັນລຸ 11,6% ​ຕໍ່​ປີ.​ແຕ່ປີ 2003 ຫາ​ປີ 2005,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ລົງທຶນ​ຢູ່ກຳ​ປູ​ເຈຍ​ຫລາຍ​ກວ່າ​ຫມູ່​ສາມ​ປີ​ລຽນຕິດ.