ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-07 16:08:41    
ສະ​ພາບ​ຫັນ​ເປັນ​ຫຼາຍ​ເຄົ້າ​ຂອງ​ຕະຫຼາດ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີນ​ພວມ​ຈໍ່​ຕົວ​ຂຶ້ນ

cri Author: cai
ຕາມ​ຂ່າວCRI:ນັບ​ແຕ່​ປີ 2002 ມາ​ນີ້,ຈີນ​​ໄດ້​ເປີດ​ກວ້າງຕະຫຼາດ​ໃໝ່​ແລະ​ໄດ້​ມີ​ຄວາມຄືບ​ໜ້າ​ຫຼາຍ,ສະ​ພາບ​ຫັນ​ເປັນ​ຫຼາຍ​​ເຄົ້າ​ຂອງ​ຕະຫຼາດ​ການ​ຄ້າຕ່າງປະ​ເທດ​ຂອງ​ຈີນ​ພວມ​ຈໍ່​ຕົວ​ຂຶ້ນ.

ຕາມ​ສະຖິຕິ​ຫຼ້າ​ສຸດ​ຂອງ​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ,ນັບ​​ແຕ່​ປີ 2002 ມາ​ນີ້,ຈີນ​ໄດ້​​ເຂົ້າ​ຮ່ວມ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ໃນ​ພາກ​ພື້ນປະ​ເພດ​ຕ່າງໆ​ຢ່າງ​ກວ້າງຂວາງ,ປະຕິບັດ​ຍຸດ​ທະ​ສາດ​ການ​ຄ້າ​ຫຼາຍ​ເຄົ້າ.ປະຈຸ​ບັນ,ຈີນ​ພວມ​ຫາລື​ການຈັດ​ວາງ​ການ​ຄ້າ​ໃນ​ພາກ​ພື້ນ 10 ກວ່າ​ລາຍກັບ 20 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຂອງ​ທະວີບອາຊີ ​ໂອ​ເຊ​ນີ ອາ​ເມ​ລິ​ກາ​ລາຕີ​ນ ​ເອີ​ລົບ​ແລະ​ອາ​ຟຼິກາ.ປະຈຸ​ບັນ,ບໍ່​ພຽງ​ແຕ່​ການ​ຄ້າ​ລະຫວ່າງ​ຈີນ​ກັບຄູ່ການ​ຄ້າ​ດັ້ງ​ເດີມ​ເຊັ່ນ​ອາ​ເມ​ລິ​ກາ ​ສະຫະພາບ​​ເອີ​ລົບ​ແລະ​ຍີ່ປຸ່ນ​ເປັນ​ຕົ້ນ​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ,ການ​ຮ່ວມ​ມື​ການ​ຄ້າ​ກັບປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ອ້ອມ​ຂ້າງ​ເຊັ່ນ​ອິນ​ເດຍ​ແລະ​ອາ​ຊຽນ​ເປັນ​ຕົ້ນ​ມີ​ການ​ພັດທະນາ​ຢ່າງວ່ອງ​ໄວ​ເທົ່າ​ນັ້ນ,ການ​ຄ້າຂາ​ເຂົ້າຂາ​ອອກ​ກັບປະ​ເທດ​ອາ​ຟຼິກາ​ແລະ​ອາ​ເມ​ລິ​ກາ​ລາຕີ​ນກໍ່​ໄດ້​ຮັກສາ​ທ່ວງທ່າ​ເພີ່ມ​ຂຶ້ນ​ທີ່​ດີ.ປີ 2006,ມູນ​ຄ່າການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນມີ​ເຖິງ 160 ຕື້​ກວ່າ​​ໂດ​ລາ.