ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-07 16:14:00    
ກຳລັງວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: cai
ຕາມ​ຂ່າວ​ສານ​ຊີນ​ຮວາ:​ຫວ່າງ​ມໍ່ໆ​ນີ້,ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ກະຊວງ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ໄດ້​ຍື່ນ​ບົດ​ລາຍ​ງານ​ກ່ຽວ​ກັບ​ກຳ​ລັງ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ,ສະ​ແດງ​​ໃຫ້​ເຫັນ​ວ່າ,ກຳ​ລັງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ພວມ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ບົດ​ລາຍ​ງານ​ສະ​ແດງ​​ໃຫ້​ເຫັນ​ວ່າ,ປະ​ຈຸ​ບັນ,ຍອດ​ຈຳນວນ​ຊັບພະ​ຍາກອນ​ມະນຸດ​ດ້ານ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ​ມີ​ປະມານ 35 ລ້ານຄົນ,​ເປັນ​ທີ​ໜຶ່ງ​ໃນ​ໂລກ.ຂະໜາດ​ລົງທຶນ​ດ້ານ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ລະ​ດັບ​ສ້າງ​ແລະ​ພັດ​ທະ​ນາ​ສິດ​ຊັບ​ສິນ​ທາງ​ປັນຍາ​ໄດ້​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,​ຫົວ​ຄິດ​ປະດິດ​ສ້າງ​ດ້ານ​ການ​ຄົ້ນ​ຄວ້າ​ພື້ນຖານ​ແລະ​ເຕັກນິກ​ກ້າວ​ໜ້າ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ,ສະ​ຖາ​ນະ​ພາບ​ການ​ຮ່ວມ​ມື​ດ້ານວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກັບ​ຕ່າງ​ປະ​ເທດທີ່​ຮອບ​ດ້ານ ມີ​ຫຼາຍ​ລະດັບ ຂົງ​ເຂດ​ກວ້າງ​ແລະ​ລະດັບ​ສູງ​ໄດ້​ຈໍ່​ຕົວ​ຂຶ້ນ​ແລ້ວ.

ຜູ້​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ກ່າວ​ວ່າ,​ໃນ 5 ປີ​ທີ່​ຜ່ານ​ມາ,​ເງື່ອນ​ໄຂ​ພື້ນຖານ​ແລະສະ​ພາບ​ແວດ​ລ້ອມ​ຂອງ​ການ​ພັດ​ທະນາ​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຊີ​ຈີນ​ນັບ​ມື້​ນັບ​ດີ​ຂຶ້ນ,ຫົວຄິດ​ປະດິດ​ສ້າງ​ດ້ານ​ວິທະ​ຍາສາດ​ເຕັກ​ໂນ​ໂລ​ຊີ​ໄດ້​ສູງ​ຂຶ້ນ​ຢ່າງ​ໜັກ​ແໜ້ນ,ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​​ໄດ້ຄ້ຳປະ​ກັນ​ການ​ພັດ​ທະນາ​ຂອງ​ເສດ​ຖະ​ກິດ​ແລະ​ສັງຄົມ​ແລະ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຢ່າງແຂງ​ແຮງ.