ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-07 17:45:12    
ສອງພັກ​ການ​ເມືອງ​ໃຫຍ່​ນິກາຍ​ຊີ​ອິດ​ຂອງ​ອີຣັກ​ເຊັນ​ສັນຍາ​ຢຸດ​ຍິງ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 6 ຕຸລາ​ນີ້,ຝ່າຍ​ອານ​ຊາ​ເດີ​ແລະ​ຄະນະ​ກຳມະການ​ສູງ​ສຸດ​ການ​ປະຕິວັດ​ອິສລາມ ​ເຊິ່ງ​ເປັນສອງ​ພັກການ​ເມືອງ​ໃຫຍ່​ນິກາຍ​ຊີ​ອິດຂອງ​ອີຣັກປະກາດ​ວ່າ,ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ​ຢູ່​ເມືອງ​ນາ​​ເຈັຟ ​ເມືອງສັກສິດນິກາຍ​ຊີ​ອິດ,ຮຽກຮ້ອງ​ໃຫ້​ຜູ້​ສະໜັບສະໜູນ​ຂອງ​ແຕ່ລະ​ຝ່າຍ​ຢຸດຕິ​ການ​ປະ​ທະ​ກັນ.

ສັນຍາ​ກ່າວ​ເນັ້ນວ່າ,ສອງ​ຝ່າຍ​ເນັ້ນ​ໜັກວ່າ,ບໍ່​ວ່າ​ຢູ່ພາຍ​ໃຕ້​ສະພາບ​ການ​ໃດໆ,ກໍ່​ຕ້ອງປ້ອງ​ກັນບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ຢ່າງນອງ​​ເລືອດ,​ແລະ​ເຫັນ​ດີ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ,ພ້ອມ​ກັນ​ປ້ອງ​ກັນ​ການ​ປະ​ທະ​ກັນ​ທີ່​ອາດ​ຈະ​ເກີດ​ຂຶ້ນລະ​ຫວ່າງ​ສະມາຊິກ​ຂອງ​ສອງ​ຝ່າຍ,​ເຮັດ​ໃຫ້​ສະຖານະ​ການ​ພາຍ​ໃນ​ປະ​ເທດ​ຟື້ນ​ຟູ​ສະຖຽນ​ລະ​ພາບ.

ໃນ​ຫຼາຍ​ເດືອນ​ທີ່​ຜ່ານ​ມາ,ຢູ່​ເຂດ​ຊຸມ​ຊົນນິກາຍ​ຊີ​ອິດທີ່​ພາກ​ໃຕ້​ອີຣັກ,​ໄດ້​ເກີດ​ເຫດການ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ຫຼາຍ​ເທື່ອ,​ເຫດການ​ເຫຼົ່າ​ນີ້​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ການ​ປະ​ທະ​ກັນ​ລະຫວ່າງ​ສອງ​ພັກນິກາຍ​ຊີ​ອິດດັ່ງກ່າວ.ມີ​ການ​ວິຈານ​ເຫັນ​ວ່າ,ຖ້າ​ສັນຍາ​ຢຸດ​ຍິງ​ສະບັບ​ນີ້​ໄດ້​ຮັບ​ການ​ປະຕິບັດ,ຈະຊ່ວຍ​ອີຣັກບັນລຸ​ການ​ປອງ​ດອງ​ຊາດ​ຢ່າງຮອບດ້ານ.