ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-08 17:33:42    
ປະ​ລິ​ມານ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທາງ​ລົດ​ໄຟ​ໃນ​ໄລ​ຍະ​ພັກ​7​ມື້​ຂອງ​ວັນ​ຊາດ​ຈີນ​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ປະ​ຫວັດ​ສາດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ8​ຕຸລາ​ນີ້,ກະຊວງ​ທາງ​ລົດ​ໄຟ​ຈີນແຈ້ງໃຫ້ຊາບ​ວ່າ,​ການ​ຂົນ​ສົ່ງ​ໃນ​ໄລ​ຍະ​ພັກ7​ມື້​ຂອງ​ວັນຊາດ​ຈີນ​ວັນ​ທີ1​ຕຸລາ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ,​ຜູ້​ໂດ​ຍສານ​ທາງ​ລົດ​ໄຟ​ໄດ້​​ເພີ່ມ​ຂຶ້ນ7%ຂຶ້ນ​ໄປ​ໃນ​ໄລຍະ​ພັກ​ດັ່ງ​ກ່າວ,ປະລິມານ​ຂົນ​ສົ່ງ​ຜູ້​ໂດຍສານ​ໄດ້​ສ້າງ​ສະຖິຕິ​​ໃໝ່​ໃນ​ປະຫວັດສາດ.

ແຕ່​ວັນ​ທີ28​ກັນຍາ​ຫາ​ວັນ​ທີ7​ຕຸລາປີນີ້,ຜູ້​ໂດຍສານລົດ​​ໄຟ​ມີ48ລ້ານ​ກວ່າ​ເທື່ອ​ຄົນ.​ໃນ​ນັ້ນ,​ສະເພາະຜູ້​ໂດຍສານໃນ​ວັນ​ທີ1​ຕຸລານີ້ມີ5ລ້ານ7​ແສນກວ່າ​ເທື່ອ​ຄົນ,ສ້າງ​ສະຖິຕິ​ສູງ​ສຸດ​ຂອງ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານທາງ​ລົດ​ໄຟ​​ໃນມື້​ດຽວ.

ນັກວິຊາການ​ວິ​ໄຈ​ວ່າ,ຄຽງ​ຄູ່​ກັບ​ຄວາມ​ໄວ​ຂອງ​ລົດ​ໄຟ​ເພີ່ມສູງ​ຂຶ້ນ,ຄວາມ​ສາມາດ​ດ້ານ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ຂອງ​ຈີນ​​ໄດ້​ຮັບ​ການປັບປຸງ​ແລະ​ເປີດ​ກວ້າງຕື່ມ​ອີກ,​​ເຊິ່ງ​ໄດ້ສ້າງ​ຄວາມ​ສະດວກຫຼາຍກວ່າ​ເກົ່າ​ໃຫ້​ຜູ້​ໂດຍສານ​ອັນ​ໄພ​ສານ.