ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-09 14:55:08    
ກວາງ​ຊີ​ໄດ້​ກາຍ​ເປັນ​ຊ່ອງ​ທາງ​ສຳ​ຄັນ​ໃນ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ສາ​ກົນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ

cri
ຕາມ​ຂ່າວສານ​ຊີ​ນຮວາ:​ໃນ​ຫລາຍ​ປີ​ມໍ່ໆ​ມາ​ນີ້,ຄຽງຄູ່​ກັບ​ການ​​ແລກປ່ຽນ​ດ້ານ​ບຸກຄະລາ​ກອນ​ແລະ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ຂອງອາ​ຊຽນນັບ​ມື້​ນັບ​ຫລາຍ​ແລະສະດວກ​ກວ່າ​ເກົ່າ,ກວາງຊີ​ທີ່​ມີ​ທ່າ​ແຮງ​ດ້ານ​ທີ່​ຕັ້ງທີ່​ພິ​ເສດ​ພວມ​ກາຍ​ເປັນ​ຊ່ອງ​ທາງ​ສຳຄັນ​ໃນ​ການ​ຈໍລະ​ຈອນ​ສິນຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ.

ທ່ານ​ລິວ​ຊູ້​ເຊີ່ນ ຫົວຫນ້າ​ພະ​ແນ​ກການ​ຄ້າ​ຂອງ​ເຂດປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວ່າ​ງຊີ​ແຈ້ງ​ໃຫ້​ຊາບ​ວ່າ, ຜ່ານ​ການ​ສ້າງສາ​ມາ​ຫລາຍ​ປີ, ທ່າ​ກຳ​ປັ່ນ​ໃຫຍ່​ສາມ​ແຫ່ງຂອງ​ກວາງຊີ​ຄື ​ເມືອງ​ໄປຫາຍ ​ເມືອງ​ຊິນ​ໂຈ່​ວ​ແລະ​ເມືອງທ່າ​ຟາງ​ເຊິ​ງກາງ​ໄດ້​ປະກອບ​ເປັນ​ຊ່ອງ​ທາງ​ທາງ​ທະ​ເລ​ໄປ​ມາ​ລະຫວ່າງ​​ແຜ່ນດິນ​ໃຫຍ່​ຈີນ​ກັບອາ​ຊຽນ,ທາງລົດ​ໄຟ​ແລະ​​ເຄືອ​ຂ່າຍທາງ​ຫລວງ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ທີ່​ຖື​ດ່ານ​ມິດຕະພາບເມືອງ​ຜິ​ງຊຽງ​ເປັນ​ບ່ອນ​ຕິດ​ຕໍ່​ນັ້ນກໍ່​ກາຍ​ເປັນ​ຊ່ອງ​ທາງ​ທາງບົກ​ທີ່​ມີ​ໄລຍະ​ທາງ​ສັ້ນທີ່​ສຸດ​ແລະ​ສະດວກ​ກວ່າ​ຫມູ່ຈາກແຫລມອິນ​ໂດ​ຈີນ​ແລະ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ເຂົ້າສູ່​ແຜ່ນດິນ​ໃຫຍ່​ຈີນ.

ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ປັດຈຸບັນ, ກວາງຊີ​ກັບ​ຫວຽດນາມ​ໄດ້​ເປີດ​ເສັ້ນທາງ​ຂົນ​ສົ່ງ​ສິນຄ້າ 10 ສາຍ, ຫວ່າງ​ມໍ່ໆ​ນີ້ ພວມ​ປຶກສາ​ຫາລື​ກັບ​ຫວຽດນາມ​ເປີດ​ທາງ​ຂົນ​ສົ່ງອີກ​ສາມ​ສາຍ,ຄາດ​ວ່າ​ເມື່ອ​ຮອດ​ປີ 2010, ກວາງຊີ​ຈະ​ເປີດ​ທາງ​ຂົນ​ສົ່ງສາກົນ​ເຖິງ 30 ສາຍ.