ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-09 15:39:04    
ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິ​ມປິກ​ພິ​ເສດ 4000 ກວ່າ​ຄົນ​ໄດ້​ຮັບ​ ​ປະ​ໂຫຍດ​ຈາກ​ແຜນ​ຮັກ​ສາ​ສຸກ​ຂະ​ພາບ

cri
ຕາມ​ຂ່າວ​ຈາກ​ຫນັງ​ສື​ພິມ​ເຢີນ​ມີນ​ຢື້​ປ້າວ:​ໃນ​ກອງ​ປະ​ຊຸມ​ຖະ​ແຫລ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຊຽງ​ໄຮ້​ໃນ​ວັນ​ທີ 8 ຕຸລາ​ນີ້,ທ່ານ​ຊາຍ​ເວີຍ ຫົວ​ຫນ້າ​ພະ​ແນກ​ຮັກ​ສາ​ສຸຂະພາບ​ຂອງ​ຄະນະ​ບໍລິ​ຫານ​ງານ​ຄະ​ນະ​ກຳ​ມະ​ການ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ຊຽງ​ໄຮ້ ຮອງ​ຫົວ​ຫນ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຂອງ​ນະຄອນ​ຊຽງ​ໄຮ້​ແຈ້ງວ່າ, ​ໄດ້​ມີ​ນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ 4088 ຄົນ​ໄດ້​​ເຂົ້າຮ່ວມ​ແຜນ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ຄັ້ງນີ້​ແລ້ວ,​ແລະ​​ໄດ້​ກວດ​ກາ​ສຸຂະພາບຫມົດ​ທຸກ​ຄົນ.

​ໃນ​ໄລຍະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ, ນັກ​ກິ​ລາ​ນອກ​ຈາກ​ເຂົ້າ​ຮ່ວມ​ລາຍ​ການ​ແຂ່ງຂັນ​ຕ່າງໆ​ແລ້ວ, ຍັງ​ສາມາດ​ເຂົ້າຮ່ວມ​​ແຜນ​ການ​ສຸ​ຂະ​ພາບ​ເຊິ່ງ​ເປັນ​ໂຄງ​ການ​ສຳຄັນ ​ທີ່​ບໍ່​ແມ່ນ​ດ້ານ​ກິ​ລາ​ທີ່​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ສາ​ກົນ​ກຳ​ນົດ​ໃຫ້​ປະ​ຕິ​ບັດ.ນັກ​ກິ​ລາ​ທັງ​ຫລາຍ​ຈະ​ໄດ້ຮັບ​ການ​ກວດ ສຸ​ຂະ​ພາບ​ດ້ານ​ຕ່າງໆ,​ເພື່ອມີ​ໂອກາດ​ກວດເຫັນ​ພະຍາດ​ທີ່​​ແຝງ​ຊ້ອນ​ຢູ່,​​ແລ້ວ​ຈະຮັບ​ການ​ບອກ​​ເຕືອນ​ແລະ​ປິ່ນປົວ​ຢ່າງ​ທັນ​ການ,​​ແລະ​ສາ​ມາດ​ຫລິ້ນ​ກິລາ​ແລະ​ດຳລົງ​ຊີວິດຢ່າງ​ດີກວ່າ​ເກົ່າ.

​ເລີ່​ມ​ແຕ່​ວັນ​ທີ 2 ຕຸລາ​ນີ້​ເປັນຕົ້ນ​ໄປ, ​ແຕ່​ລະ​ມື້ ງານ​ໂອ​ລິ​ມປິກ​ພິ​ເສດ​ຄັ້ງນີ້​ມີນາ​ຍຫມໍ​ແລະ​ອາ​ສາ​ສະ​ຫມັກ 600 ກວ່າ​ຄົນ​​​ໄປ​ຮັບ​ໃຊ້​ນັກ​ກິລາ​ທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ພິ​ເສດ​ຢູ່​ສະຖານ​ທີ່​ດຳ​ເນີນ​ແຜນການ​ຮັກ​ສາ ສຸ​ຂະ​ພາບ.