ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-10 18:00:24    
ງານ​ວາງສະ​ແດງ​ປື້​ມສາກົນຟຼັງຟອກ​ໄຂ​ຂຶ້ນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 10 ຕຸ​ລາ​ນີ້, ງານ​ວາງສະ​ແດງ​ປື້​ມສາກົນຟຼັງຟອກ 2007 ​ໄດ້ຈັດ​ຂຶ້ນ​ຢູ່​ສູນ​ວາງສະ​ແດງຟຼັງຟອກເຢຍລະ​ມັນ. ວິ​ສາ​ຫະກິດ 7448 ​ແຫ່ງ​ທີ່​ມາ​ຈາກ 108 ປະ​ເທດ​ແລະ​ເຂດ​ແຄ້ວ​ນ​ໄດ້​ເຂົ້າ​ຮ່ວມ​ງານ, ປື້​ມ​ໃໝ່​ທີ່ວາງສະ​ແດງ​ມີ​ເກືອບ 4 ​ແສນ​ຊະນິດ, ຈຳນວນ​ປື້​ມ​ໄດ້​ສະຖິຕິ​ສູງ​ສຸດ​ໃນ​ປະຫວັດ​ການວາງສະ​ແດງ​ປື້ມ.

ທ່ານ​ເຊີນ​ອີ່​ງມິ​ງ ຮອງ​ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ, ຮອງ​ຫົວໜ້າ​ກົມ​ແລກປ່ຽນ​ແລະ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ຂອງ​ກົມ​​ໃຫຍ່​ໜັງສືພິມ​ແລະ​ພິມ​ຈຳໜ່າຍ​ແຫ່ງ​ຊາດ​ຈີນ​ແນະ​ນຳ​ວ່າ, ຄະນະ​ຜູ້​ແທນ​ຈີນ​​ໄປ​ເຂົ້າ​ຮ່ວມ​ງານ​ເທື່ອ​ນີ້​ທັງ​ໝົດ​ໄດ້​ເຊົ່າ​ບ່ອນ​ວາງສະ​ແດງ 596 ຕາ​ແມັດ, ​ແມ່ນ​​ເທື່ອ​ໜຶ່ງທີ່​ມີ​ເນື້ອທີ່ວາງສະ​ແດງກວ້າງກວ່າ​ໝູ່, ປື້​ມ​ວາງສະ​ແດງ​ມີ 7000 ກວ່າ​ຊະນິດ.

ງານ​ວາງສະ​ແດງ​ປື້​ມສາກົນຟຼັງຟອກ​ແມ່ນ​ໜຶ່ງ​ໃນ​ບັນດາ​ງານ​ວາງສະ​ແດງ​ປື້ມທີ່​ມີລິກຂະ​ສິດທີ່​ມີ​ຊື່​ສຽງ​​ໃນ​ໂລກ. ຕາມ​ສະຖິຕິ, ​ແຕ່ລະ​ປີ, ການ​ຄ້າ​ລິກຂະ​ສິດ​ທີ່​​ໄດ້​ບັນລຸ​ໃນ​ງາ​ນວາງສະ​ແດງ​ປື້​ມດັ່ງກ່າວກວມ 75% ຂອງ​ຍອດ​ຈຳນວນ​ການ​ຄ້າລິກຂະ​ສິດ​ທົ່ວ​ໂລກ.