ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-11 14:28:09    
ທ່ານ​ອັບ​ບາສທວງ​ເອົາ​ດິນ​ແດນ​ທີ່​ມີຕົວ​ເລກ​ລະ​ອຽດ​ຄັ້ງ​ທຳ​ອິດ ​ໃນບັນ​ຫາ​​ຂີດ​ແບ່ງ​ຊາຍ​ແດນ​ລະ​ຫວ່າງ​ປາ​ເລັສ​ຕິ​ນ​ອິສຣາ​ແອນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 10 ຕຸລາ​ນີ້, ທ່ານ​ມາ​ຮາ​ມຸດ ອັບ​ບາສ ປະທານ​ອົງການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສຕິນກ່າວ​ວ່າ, ​ເນື້ອ​ທີ່​ລວມຂອງ​ດິນ​ແດນ​ປະ​ເທດ​ປາ​ເລັສ​ຕິນ​ໃນ​ອະ​ນາ​ຄົດ ຄວນ​ແມ່ນ 6205 ກິ​ໂລ​ຕາ​ແມັດ. ນີ້​ແມ່ນ​ທ່ານ​ອັບ​ບາສ ສະ​ເໜີ​ຄຳການ​ທວງ​ເອົາ​ດິນ​ແດນ​ທີ່​ມີ​ຕົວ​ເລກ​ລະອຽດ​ຄັ້ງທຳ​ອິດ ​ໃນ​ບັນຫາ​​ຂີດ​ແບ່ງ​ຊາຍ​ແດນ​ລະ​ຫວ່າງ​ປາ​ເລັສ​ຕິນ​ອິ​ສຣາ​ແອນ.

ທ່ານ​ອັບ​ບາສກ່າວ​ວ່າ, ດິນ​ແດນ​ປະ​ເທດ​ປາ​ເລັສຕິນ​ໃນ​ອະນາຄົດ ຄວນ​ລວມທັງທົ່ວ​ເຂດ​ກາ​ຊາ ​ເຂດ​ຝັ່ງຕາ​ເວັນ​ຕົກ​​ແມ່​ນ້ຳ​ຈໍ​ແດນ ​ເຢຣູຊາ​ເລັມ​ຕາ​ເວັນ​ອອກ ​ແລະ​​ເຂດ​ບໍ່​ມີ​ຄົນ ຢູ່​ລະ​ຫວ່າງ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນກັບ​ອິສຣາ​ແອນ ກ່ອນ​ສົງຄາມ​ຕາ​ເວັນ​ອອກ​ກາງ​ຄັ້ງ​ທີ 3 ​ເມື່ອ​ປີ 1967.

ຕໍ່​ຄຳ​ທວງ​ຂອງທ່ານ​ອັບ​ບາສ, ​ໃນ​ມື້​ດຽວ​ກັນ ນາງ​ມີຣີ ​ແອ​ອີ​ຊິນ ​ໂຄສົກ​ລັດ​ຖະ​ບານ​ອິສ​ຣາ​ແອນ​ໄດ້​ປະຕິ​ເສດ​​ໃຫ້​ຄຳ​ວິຈານ. ນາງ​ກ່າວ​ວ່າ ບໍ່​ຢາກ​ທຳ​ລາຍ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປາ​ເລັສ ຕິ​ນອິສຣາ​ແອນ ທີ່​ພວມ​ດຳ​ເນີນ​ຢູ່​ໃນ​ປັດຈຸບັນ, ​ແຕ່​ຄຳ​ທວງ​ຂອງ​ຝ່າຍ​ປາ​ເລັສ​ຕິນຄື​​ວ່າ ​ໄດ້ລຶ່ນ​ກາຍຂອບ​ເຂດ​ປະນີປະນອມ​ຂອງ​ຝ່າຍ​ອິສ​ຣາ​ແອນ​ແລ້ວ.

ມື້​ດຽວ​ກັນ, ທ່ານ​ອາ​ຮາ​ແມັດ ຄູ​ເຣຍ ຜູ້​ຮັບຜິດຊອບ​ວຽກ​ງານ​ການ​ເຈລະຈາ​ຝ່າຍ​ປາ​ເລັສຕິນ ອະດີດ​ນາຍົກລັດຖະມົນຕີປາ​ເລັສຕິນກ່າວ​ວ່າ, ຝ່າຍ​ປາ​ເລັສຕິນ​ໃຊ້​ທ່າ​ທີ​ເປີດ​ປະຕູ​ຕໍ່​ການ​ແລກປ່ຽນ​ດິນ​ແດນ​ລະຫວ່າງປາ​ເລັສຕິ​ນອິສຣາ​ແອນ​ ​ ໃນ​​ເວລາ​ຂີດ​ແບ່ງ​ຊາຍ​ແດນ​ປາ​ເລັສຕິ​ນອິສຣາ​ແອນ. ທະ​ແນມ​ແຕ່​ຝ່າຍ​ອິສຣາ​ແອນ​ມອບ​ດິນ​ແດນ​ເນື້ອ​ທີ່​ເທົ່າ​ກັນ​ໃຫ້​ຝ່າຍ​ປາ​ເລັສຕິນ ​ເຊິ່ງຖື​ເປັນ​ການ​ໃຊ້​ແທນ​ແລ້ວ, ຝ່າຍ​ປາ​ເລັສຕິນກໍ​ຍິນ​ດີ​ປະລະ​ດິນ​ແດນ​ສ່ວນ​ໜຶ່ງຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ.