ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-11 15:27:44    
ຜູ່​ຕາງ​ຫນ້າ​ຈີນ​ມີ​ເຈດ​ຈຳ​ນົງ​ໃຫ້​ເພີ່ມ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ນາໆ​ຊາດ​ກັບ​ສະ​ຫະ​ປະ​ຊາ​ຊາດ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນທີ 10 ຕຸລາ​ນີ້ ກອງ​ປະຊຸມ​​ໃຫຍ່ຂອງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ນາໆ​ຊາດ​ຄັ້ງທີ 117 ທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ໄດ້ອັດ​ລົງ.ທ່ານ​ລີ​ຊົງ​ມິນ ຫົວຫນ້າ​ຄະນະ​ຜູ່​ແທນ​ສະພາ​ຜູ່​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຮອງ​ຫົວຫນ້າ​ຄະນະ​ກຳມາ​ທິການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ໃນ​ກອງປະ​ຊຸມ​ວ່າ, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະຫະພັນ​ລັດ​ຖະ​ສະ​ພາ​ນາໆ​ຊາດ​ກັບ​ສະຫະ​ປະຊາ​ຊາດ​ເລື້ອຍໆ​​ແມ່ນ​ສຳ​ຄັນ​ທີ່​ສຸດ,​ແມ່ນ​ຄວາມ​ຕ້ອງການ​ນອກ​ຕົວ​ຂອງ​ການ​ຂະ​ຫຍາຍ​ຕົວ​ຂອງສະຖານະ​ການ​ສາກົນ.

ທ່ານ​ລີ​ຊົງ​ມິນ​ກ່າວ​ວ່າ, ຈຸດ​ຫນັກ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ນາໆ​ຊາດ​ກັບ​ສະ​ຫະ​ປະຊາ​ຊາດ​ຄວນ​​ແນ​ໃສ່​ການ​ບັນລຸ​ເປົ້າຫມາຍ​ພັດທະນາ​ສະຫັດ​ສະ​ວັດຂອງ​ສະຫະ​ປະຊາ​ຊາດ​ແລະ​ມະຕິ​ຂອງ​ກອງ​ປະຊຸມ​ປະ​ທານ​ລັດ​ຖະ​ສະພາ​ທົ່ວ​ໂລກ​ສອງ​ເທື່ອ,​ໂດຍ​ສະ​ເພາະ​ຕ້ອງ​ເອົາ​ໃຈ​ໃສ່​ນຳບັນຫາ​ສຳຄັນທີ່​ປະ​ເທດ​ພວມ​ພັດ​ທະ​ນາ​ສົນ​ໃຈ​ເປັນ​ພິ​ເສດ​ຢ່າງຈິງ​ຈັງ.ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ເຮັດ​ຄື​ທີ່​ຜ່ານ​ມາ​,​ເພື່ອເສີມ​ຂະຫຍາຍ​ບົດບາດອັນ​ຕັ້ງຫນ້າ​ເພື່ອ​ຊຸກ​ຍູ້​ການ​ຮ່ວມມື​ລະຫວ່າງ​ສະຫະພັນ​ລັດ​ຖະ​ສະ​ພາ​ນາໆ​ຊາດ​ກັບ​ສະ​ຫະ​ປະ​ຊາ​ຊາດ.ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຈັດ​ເອົາ​ສະ​ຖາ​ນະ​ການ​ຂອງ​ມຽນ​ມາ​ເປັນ​ຫົວ​ຂໍ້​ອະ​ພິ​ປາຍ​ດ່ວນ.​ໃນ​ເວລາປະກອບ​ຄຳ​ຄິດ​ຄຳ​ເຫັນ,ທ່ານ​ລີ​ຊົງ​ມິນ​ຊີ້​ອອກ​ວ່າ,ສະຖຽນ​ລະ​ພາບ​ຂອງ​ມຽນມາ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພື້ນ​ຖານ​ແລະ​ຍາວ​ໄກ​ຂອງ​ປະຊາຊົນ​ມຽນມາ, ສອດຄ່ອງ​ກັບ​ຜົນ​ປະ​ໂຫ​ຍດຮ່ວມ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກກໍ່​ຄື​ທົ່ວ​ປະຊາ​ຄົມ​ໂລກ.ປະຊາ​ຄົມ​ໂລກ​ເຊິ່ງ​ລວມ​ທັງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ນາໆ​ຊາດ​ຄວນ​ຖືທ່າ​ທີ​ທີ່​ຮອບ​ຄອບ​ແລະ​ຮັບຜິດຊອບ​ໃນ​ບັນຫາ​ນີ້,ສະ​ຫນັບ​ສະ​ຫນູນ​ແລະ​ສົ່ງ​ເສີມ​​ໃຫ້​ທຳ​ຄວາມ​ພະ​ຍາ​ຍາມ​ທຸກ​ຢ່າງທີ່​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສະຖຽນ​ລະ​ພາບຂອງ​ມຽນມາ ບັນລຸ​ຄວາມ​ປອງ​ດອງ​ກັນ​ທາງ​ການ​ເມືອງ​ແລະ​ຊຸກ​ຍູ້​ຂະ​ບວນວິວັດ​ປະຊາທິປະ​ໄຕ​.