ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-11 18:15:42    
ປະຊາ​ຄົມ​ໂລກ​ຄວນ​ຊ່ອຍ​ເຫຼືອມຽນມາ​ດ້ວຍ​ຮູບການ​ທີ່​ມີ​ລັກສະນະ​ສ້າງສັນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 11 ຕຸລາ​ນີ້, ​ໃນ​ກອງ​ປະຊຸມຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວວ່າ, ປະຈຸ​ບັນ, ປະຊາ​ຄົມ​ໂລກ​ຄວນ​ຊ່ອຍ​ເຫຼືອມຽນມາ​ບັນລຸ​ຄວາມ​ໝັ້ນ​ຄົງ, ປອງ​ດອງ​ກັນ​, ມີປະຊາທິປະ​ໄຕ​ແລະ​ການ​ພັດທະນາ​ດ້ວຍ​ຮູບການທີ່​ມີ​ລັກສະນະ​ສ້າງສັນ, ນີ້​ແມ່ນ​ຄວາມ​ເຫັນ​ທີ່​ເປັນເອກະພາບກັນ​ຂອງ​ປະ​ເທດ​ສ່ວນຫຼາຍ​ໃນ​ປະຊາ​ຄົມ​ໂລກ. ​

​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ, ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ວ່າ, ຝ່າຍ​ຈີນ​ເຫັນ​ວ່າ, ປະຈຸ​ບັນ, ສະຖານະ​ການມຽນມາ​ກຳລັງ​ຂະ​ຫຍາ​ຍໄປ​ສູ່​ທິດທີ່​ຜ່ອນ​ຍານ​ຕື່ມ​ອີກ. ຝ່າຍ​ຈີນ​ຫວັງ​ວ່າ, ຄວາມ​ພະ​ຍາ​ຍາມ​ທີ່​ກ່ຽວຂ້ອງ​ຄວນ​ມີ​ຜົນ​ດີ​ຕໍ່​ຄວາມ​ພະ​ຍາ​ຍາມ​ໄກ່​​ເກ່ຍຂອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ, ​ແລະ​​ມີ​ຜົນ​ດີ​ຕໍ່​ສະຖານະ​ການ​ມຽນມາ​ສືບ​ຕໍ່​ຂະຫຍາຍ​ໄປ​ສູ່​ທິດທີ່​ຜ່ອນ​ຍານ, ໝັ້ນ​ທ່ຽງ, ມີປະຊາທິປະ​ໄຕ​ແລະ​ພັດທະນາ.