ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-12 18:45:13    
ອີຣານພໍ​ໃຈ​ນຳການ​ເຈລະຈາ​ຫຼ້າສຸດກັບ​ອົງການ​ພະລັງງານ​ປະລະມານູ​ສາກົນ

cri
ຕາມ​ຂ່າວCRI: ວັນ​ທີ 11 ຕຸລາ​ນີ້, ຢູ່​ເຕ​ເຮ​ລານ, ທ່ານ​ຈາ​ວັດ, ວາ​ອີ​ດີ, ຮອງ​ເລຂາ​ທິການ​ຂອງ​ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ສູງ​ສຸດ​ອີຣານກ່າວ​ວ່າ, ການ​ເຈລະຈາ​ຮອບຫຼ້າສຸດ​ລະຫວ່າງ​ອີຣານກັບ​ອົງການ​ພະລັງງານ​ປະລະ​ມາ​ນູສາກົນ​ໄດ້​ຮັບ​ຜົນ​ເປັນ​ທີ່​ພໍ​ໃຈ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ເຈລະຈາ​ກ່ຽວ​ກັບ​ບັນຫາ​ທີ່​ຄ້າງ​ໄວ້​ໃນ​ອະທິ​ດຕໍ່​ໄປ.

ຂ່າວສານ​ອິສລາມ​ຂອງ​ອີຣານອີງ​ໃສ່​ຄຳເວົ້າ​ຂອງ​ທ່ານ​ວາ​ອີ​ດີ​ທີ່ວ່າ, ​ໃນ​ການ​ເຈລະຈາ​​ທີ່​ດຳ​ເນີນ​ເປັນ​ເວລາ 3 ມື້​, ​ເພື່ອ​ກຳຈັດ​ຄວາມ​ສົງ​ໄສ​ຂອງ​ອົງການ​ພະລັງງານ​ປະລະມານູ​ສາກົນ​, ອີຣານ​ໄດ້​ທຳ​ການ​ອະທິບາຍຢ່າງ​ຄົບ​ຖ້ວນ​ຕໍ່​ບັນຫາ​ເຄື່ອງ​​ແຍກ​ວັດ​ຖຸ P1​ ແລະ P2. ໜ່ວຍ​ງານ​ອົງການ​ດັ່ງກ່າວ​ຈະເກັບຮັກສາມ້ຽນ​ການ​ອະທິບາຍ​ຂອງ​ອີຣານ, ​ແລະຈະ​ຂຽນ​ເຂົ້າ​ໃນ​ບົດ​ລາຍ​ງານການ​ປະ​ເມີນ ​ບັນຫາ​ນິວ​ເຄຼຍອີຣານທີ່​ຈະ​ມອບ​ໃນ​ທ້າຍ​ເດືອນ​ຕຸລານີ້.