ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-12 19:18:49    
ໂຮງ​ລະ​ຄອນ​ແຫ່ງ​ໜຶ່ງ​ທີ່​ຖືກ​ປະ​ຖິ້ມ​ຂອງ​ອັກ​ຊັງ​ຕິນ​ຖືກ​ດັດ​ສ້າງ​ເປັນ​ຮ້ານ​ຂາຍ​ໜັງ​ສື​ຍອດ​ຢ້ຽມ​ໃນ​ໂລກ

cri Author: shuo

ຕາມ​ຂ່າວ​ຈາກ​ເວັບ​ໄຊ​ຂ່າວສານ​ຈີນ:ຫວ່າງ​ມໍ່ໆ​ນີ້,​ໂຮງລະຄອນ​​ແຫ່ງ​ໜຶ່ງ​ທີ່​ຖືກ​ປະ​ຖິ້ມ​ຢູ່​ບຸ​ຍ​ນົສ​​ໄອ​ລິ​ສ ນະຄອນຫຼວງອັກ​ຊັງ​ຕິນ​ໄດ້​ຖືກ​ດັດ​ສ້າງ​​​​ເປັນ​ຮ້ານ​ຂາຍ​ໜັງ​ສື​​ຍອດ​ຢ້ຽມ​ໃນ​​ໂລກ.ຄົນ​ທ້ອງ​ຖິ່ນ​ດັ່ງກ່າວ​ກ່າວ​ດ້ວຍ​ຄວາມພາກພູມ​ໃຈວ່າ,ຮ້ານຂາຍ​ໜັງສືແຫ່ງ​ນີ້​ແມ່ນ​ຮ້ານ​ຂາຍ​ໜັງສືທີ່​ໃຫຍ່​ກວ່າ​ໝູ່​ຢູ່​ເຂດ​ອາ​ເມ​ລິ​ກາ​ລາ​ຕິນ,ຍັງ​ແມ່ນ​ຮ້ານ​ຂາຍ​ໜັງ​ສື​ຍອດ​ຢ້ຽມ​ໃນ​ທົ່ວ​ໂລກ.

ໂຮງ​ລະຄອນ​ແຫ່ງ​ນີ້​ເລີ່​ມສ້າງ​ຂຶ້ນ​​ເມື່ອ​ປີ1919,​​ໃນ​ຄາວນັ້ນ,​ແມ່ນ​​ໜຶ່ງ​ໃນ​ບັນ​ດາ​ໂຮງ​ລະ​ຄອນ​ທີ່​ໃຫຍ່ກວ່າ​ໝູ່​ຢູ່​ບຸ​ຍນົສ​ໄອ​ລິ​ສ,​ເຄີຍ​ສະໜອງ​ການ​ບໍລິການລື້​ນ​ເລີງ​ຫຼາຍຢ່າງ​ຫຼາຍ​ແນວ​ໃຫ້​ຄົນ​ບຸ​ຍນົສ​ໄອ​ລິ​ສ ​ເຊັ່ນ​ການສະ​ແດງ​​ໂອ​ເປຣາ​ແລະງານ​ວາງສະ​ແດງ​ຮູບ​ເງົາ​ເປັນຕົ້ນ.​ເມື່ອ​ເຂົ້າສູ່ຊຸມ​ປີ1970​,​ໂຮງ​ລະຄອນ​ແຫ່ງ​ນີ້​ຄ່ອຍໆ​ຖືກ​ປະຖິ້ມຍ້ອນ​ເປ່​ເພ.

ຈົນ​ຮອດ​ຕົ້ນສະຕະວັດ​ນີ້,ອົງການ​ປົກຄອ​ງນະຄອນ​ບຸ​ຍນົສ​ໄອ​ລິ​ສ​ເຫັນ​ດີ​ດັດ​ສ້າງ​ໂຮງ​ລະຄອນ​ແຫ່ງ​ນີ້​​ເປັນຮ້ານ​ຂາຍ​ໜັງສື.​ເມື່ອດັດ​ສ້າ​ງແລ້ວ,​ໂຮງ​ລະຄອນ​ໄດ້​ກາຍ​ເປັນຮ້ານ​ຂາຍ​ໜັງສືຢ່າງ​ເປັນ​ທາງ​ການ.