ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-15 15:15:39    
ຫົວ​ໜ້າ​ຄະນະ​ພົວ​ພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ຈີນ​ພົບ​ປະກັບ​ແຂກ​ຫວຽດ​ນາມ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 14 ຕຸລານີ້,ຢູ່​ປັກ​ກິ່ງ,ທ່ານ​ວາງ​ເຈ່ຍ​ຢຸ່ຍ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ພົບ​ປະ​ກັບທ່ານ​ວູຈູງ​ຄິມ ກຳມະການສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຮອງ​ຫົວໜ້າ​ປະຈຳການຄະນະ​ຂະ​ບວນການ​ມະຫາ​ຊົນ​ສູນ​ກາງ​ພັກຫວຽດນາມ.

ສອງ​ຝ່າຍ​ໄດ້​ແຈ້ງ​ສະພາບ​ພາຍ​ໃນ​ພັກ​ແລະ​ປະ​ເທດຂອງຕົນ​ເຊິ່ງກັນ​ແລະ​ກັນ,​ແລະ​ໄດ້​ແລ​ກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ທ່ານ​ວູຈູງຄິມ​ກ່າວ​ວ່າ,ພັກ ລັດ​​ແລະ​ປະຊາຊົນ​ຫວຽດນາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ,ອວຍພອນຢ່າງ​ສຸດ​ອົກ​ສຸດ​ໃຈ​ໃຫ້​ກອງ​ປະຊຸມ​ໃຫຍ່​ຈະໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ,​ແລະ​ຄອງ​ຄອຍຮັບການ​ແຈ້ງ​ສະພາບ​ກ່ຽວ​ກັບຈິດ​ໃຈ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ໂດຍ​ໄວ​​ເທົ່າ​ທີ່​ຈະ​ໄວ​ໄດ້.