ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-15 15:20:35    
ຜູ້ນຳ​ກຸ່ມ​ການ​ເມືອງ​ສອງ​ຝ່າຍ​ສຳ​ຄັນ​ຂອງ​ອີ​ຣັກ​ເຈລະ​ຈາ​ກັນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 14 ຕຸລາ​ນີ້,ຢູ່​ເມືອງ​ຣາມາ​ດີ ​ແຂວງ​ອານ​ບາ,ທ່ານ​ອາມາ ຮາ​ຄິມ ຜູ້ນຳ"ຄະນະ​ກຳມະ​ການ​ສູງ​ສຸດ​ອິສຣາມ"ນິກາຍ​ຊີ​ອິດອີ​ຣັກ​ກັບ​ທ່ານ​ເຊກ ອາ​ຮາ​ເມັດ ອາ​ບູ ​ເຣຊາ ຜູ້ນຳ"ອານ​ບາ​ຕື່ນ​ມາ"ນິກາຍ​ຊຸດ​ນີອີຣັກ​ໄດ້​ເຈລະຈາ​ກັນ​ເປັນ​ຄັ້ງ​ທຳ​ອິດ.

ສອງ​ຝ່າຍ​ເປັນ​ເອກະ​ສັນ​ກັນ​ເຫັນ​ວ່າ,ການ​ພິ​ພາດ​ກັນ​ລະຫວ່າງ​ຝ່າຍ​ຕ່າງ​ໆຢູ່​ພາຍ​ໃນ​ປະ​ເທດ​ອີ​ຣັກ​ໄດ້​ພາ​ໃຫ້​ຊາວ​ອີຣັກຫຼາຍ​ພັນ​ຄົນ​ເສຍ​ຊີວິດ,ຄວນ​ເຮັດ​ໃຫ້​ອີຣັກ​ບັນລຸ​ປອງ​ດອງ​ຊາດ​ຢ່າງ​ຮອບ​ດ້ານ​ໂດຍ​ໄວ,ສະກັດ​ກັ້ນ​ການ​ປະ​ທະ​ກັນ​ຢ່າງນອງ​​ເລືອດ,ດັດ​ແປງ​ສະຖານະ​ການ​ພາຍ​ໃນ​ປະ​​ເທດ​ອີຣັກ​ໃຫ້​ດີ​ຂຶ້ນ.ທ່ານ​ເຣຊາ​ຍັງ​ຫວັງ​ໃຫ້​ທ່ານ​ຮາ​ຄິມສືບ​ຕໍ່​ສະໜັບ​ສະ​ໜູນ​ການ​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ຂອງ​ອົງການ​ອານ​​ໄຄ​ດາ.

ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ກຸ່ມ​ການ​ເມືອງ​ໃຫຍ່​ຂອງ​ນິກາຍ​ຊີ​ອິດ​ແລະ​ນິກາຍ​ຊຸດ​ນີຂອງ​ອີຣັກ​ເທື່ອ​ນີ້,ຖືກ​ຖື​ເປັນ​ເຫດການ​ສຳຄັນ​ອັນ​ໜຶ່ງ​ໃນ​ຂະ​ບວນການ​ປອງ​ດອງ​ຊາດ​ຂອງ​ອີຣັກ.