ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-16 16:04:42    
ບັນດາ​ປະ​ເທດ​ອາ​ຊຽນ​ເຂົ້າຮ່ວມ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ຄັ້ງ​ທຳ​ອິດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ຕຸລາ​ນີ້, ງານວາງສະ​ແດງ​ຜະລິດ​ຕະພັນ​ກະສິກຳ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳຂອງ​ຄັ້ງທຳ​ອິດ ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຊຽງ​ຮຸ່ງ ​ເທດສະ​ບານ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງສິບ​ສອງ​ພັ່ນ​ນາ​ເຜົ່າ​ລື້ ​ແຂວງ​ຢຸນນານ​ຈີນ. ​ໄທ ລາວ ມຽນ​ມາ ຫວຽດ​ນາມ​ແລະ​ກຳປູ​ເຈຍ​ເປັນຕົ້ນ ​ໄດ້​ສົ່ງ​ຄະນະມາ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ເທື່ອ​ນີ້.

ຕາມ​ອຳນາດ​ການ​ປົກຄອງ​ກິ່ງ​ແຂວງສິບ​ສອງ​ພັ່ນ​ນາ​ແນະນຳ​ວ່າ, ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ຈັດ​ຮ້ານ​ວາງສະ​ແດງ 400 ກວ່າ​ຮ້ານ, ມີ​ເຂດ​ວາງສະ​ແດງ​ ​ກະສິກຳ ​ໃບ​ຊາ ສິນ​ຄ້າ​ທ່ອງ​ທ່ຽວ ສິນ​ຄ້າ​ຊື້ຂາຍຕາມ​ຊາຍ​ແດນ ​ແລະ​ເຄື່ອງ​ໃຊ້​​ປະຈຳ​ວັນ​ເປັນຕົ້ນ. ນອກ​ນີ້, ​ໃນ​ງານ​ວາງ​ສະ​ແດງ​​ເທື່ອ​ນີ້ ຍັງ​ມີ​ກິດຈະກຳ​ຕ່າງໆ ​ເຊັ່ນ ວາງສະ​ແດງ​ເຕັກນິກ​ໃໝ່ ຜະ​ລິດ​ຕະ​ພັນ​ໃໝ່​ແລະ​ໝາກ​ຜົນ​ໃໝ່​ດ້ານ​ກະສິກຳ, ງານ​ສົນທະນາ​ລະຫວ່າງວິ​ສາ​ຫະກິດ​ກະ​ສິ​ກຳ​ພາຍ​​ໃນ​ແລະ​ຕ່າງ​ປະ​ເທດ, ​ແລະ​ທັດສະນະ​ສຶກສາ​​ກະສິກຳ​ຊີວະ​ພາບ​ ເປັນ​ຕົ້ນ.