ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-16 18:13:17    
ຈີນ​ຈະ​ໃຊ້​ສາມ​ມາດ​ຕະ​ການ​ຊຸກ​ຍູ້​ໃຫ້​ລາຍ​ຮັບ​ລາຍ​ຈ່າຍ​ສາ​ກົນ​ຂອງ​ຈີນ​ດຸນ​ດ່ຽງ​ກັນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 16 ຕຸລາ​ນີ້ ຢູ່​ປັກ​ກິ່ງ ນາງ​ຫູ​ສຽວ​ລ້ຽນ ຫົວຫນ້າ​ກົມ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແຫ່ງ​ຊາດ​ຈີນ​ໄດ້ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວວ່າ,​ເວົ້າ​ໃນ​ດ້ານ​ຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ແລ້ວ, ຈີນ​ຈະ​ປະຕິ​ຮູບ​ໃນ​ສາມ​ດ້ານ,​ເພື່ອ​ຊຸກ​ຍູ້​​ໃຫ້ລາຍ​ຮັບລາຍ​ຈ່າຍ​ທາງ​ສາກົນ​ຂອງ​ຈີນ​ດຸນ​ດ່ຽງ​ກັນ.

ນາງ​ຫູສຽວ​ລ້ຽນ​ເວົ້າວ່າ,ສາມມາດ​ຕະການ​ປະຕິ​ຮູບກໍ່​ຄື:​ໃຫ້​ຄວາມ​ສະດວກ​ຫລາຍ​ກວ່າ​ເກົ່າ​ແກ່​​ເອກະ​ຊົນ​ແລະ​ວິ​ສາ​ຫະກິດ​ໃນ​ການ​ໃຊ້​ເງິນຕາ​ຕ່າງປະ​ເທດ,ຕອບ​ສະຫນອງ​ຄວາມ​ຕ້ອງການ​ຫລາຍ​ກວ່າ​ເກົ່າໃນ​ການ​ໃຊ້​ເງິນຕາ​ຕ່າງປະ​ເທດ​​ລົງທຶນ​​ເພື່ອ​ເຮັດການ​ຄ້າ​;​ເສີມ​ຂະຫຍາຍ​ບົດບາດ​ຂອງ​ພາຫະນະ​ເສດຖະກິດ​ຕື່ມ​ອີກ,ຊຸກ​ຍູ້​ການ​ປະຕິ​ຮູບ​ໃຫ້​ອັດຕາ​ແລກປ່ຽນ​ເງິນ​ຢວນຈີນ​ກາຍ​ເປັນ​ກົນ​ໄກ,​ເພີ່ມ​ຄວາມ​ຄ່ອງ​ແຄ້ວຂອງ​ອັດຕາ​ແລກປ່ຽນ​ເປັນ​ກ້າວໆ;​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ຈໍລະ​ຈອນ​​ທຶນ​ທີ່​ຂ້າມ​ແດນ,ປ້ອງ​ກັນ​ບໍ່​ໃຫ້​ເງິນ​ທຶນ​ຜິດ​ກົດຫມາຍ​ແລະຜິດ​ລະບຽບ​ການກະ​ທົບ​ເຖີງ​ເສດຖະກິດ​ຢ່າງ​ຮຸນ​ແຮງ.