ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-16 18:38:47    
ວຽກ​ງານ​ການ​ສຶກ​ສາ​ຂອງ​ຈີນ​ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 16 ​ຂອງ​ພັກ​ເປັນ​ຕົ້ນ​ມາ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ແລະ​ປອດ​ໃສ

cri
ຕາມ​ຂ່າວ cri:ວັນ​ທີ 16 ຕຸລາ​ນີ້ ຢູ່​ປັກ​ກິ່ງ,ທ່ານ​ໂຈ່​ວຈີ້ ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ​ຈີນ​ກ່າວ​ວ່າ, ຕັ້ງ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 16 ຂອງ​ພັກ​ກອມ​ມູນິດ​ຈີນ​ເມື່ອປີ 2002 ​ເປັນຕົ້ນມາ, ວຽກ​ງານການ​ສຶກສາ​ຂອງ​ຈີນ​​ໄດ້ສືບ​ຕໍ່​ພັດທະນາ​ຢ່າງ​ກົມກຽວ​ກັນ​ແລະ​ປອດ​​ໃສ,​ແລະ​ໄດ້​ມີ​ການ​​ຄືບ​ຫນ້າ​ໃຫມ່​ໃນ​ດ້ານ​ຊຸກ​ຍູ້ຄວາມ​ຍຸດຕິ​ທຳ​ທາງ​ດ້ານການ​ສຶກສາ.

ທ່ານ​ໂຈ່​ວຈີ້​ແມ່ນກ່າວ​ຄຳ​ເວົ້າດັ່ງກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຂ່າວ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ.ທ່ານ​ກ່າວ​ວ່າ, ຕັ້ງ​ແຕ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 16 ​ເປັນຕົ້ນມາ,ອັດຕາ​ເຂົ້າ​ໂຮງຮຽນ​ໃນ​ດ້ານການ​ສຶກສາປະ​ເພດຕ່າງໆ​ແລະ​ຂັ້ນຕ່າງໆຂອງ​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ຕື່ມ​ອີ​ກ,​ໂອກາດ​ປະຊາຊົນ​ໄດ້ຮັບ​ການ​ສຶກສາ​ກໍ່ເພີ່ມ​ຂຶ້ນ, ລະດັບ​ຮັບ​ການ​ສຶກສາ​ກໍ່​ຍົກ​ສູງ​ຂຶ້ນ​​ເລື້ອຍໆ.ປັດຈຸບັນ, ​​ເວລາ​ຮັບ​ການ​ສຶກສາທີ່ສະ​ເຫລ່ຍຕາມ​ຫົວ​​ຄົນ​ຫລາຍ​ກວ່າ 8 ປີ​ເຄິ່ງ,​ໃນຈຳນວນ​ຄົນ​ຜູ່​ປະກອບ​ອາຊີບທີ່​ໄດ້​ຮັບ​ການ​ສຶກສາ​ຊັ້ນສູງ​​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ຢູ່​ແຖວ​ຫນ້າ​ຂອງ​ໂລກ,ຈີນ​ພວມ​ຈາກ​ປະ​ເທດ​ໃຫຍ່​ດ້ານ​ປະຊາກອນ​ຫັນ​ມາ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ຊັບພະຍາກອນ​ມະນຸດ​ໄວ​ເຂົ້າ.

ທ່ານ​ໂຈ່​ວຈີ້​ກ່າວ​ວ່າ, ​ໃນ​ເວລາ​ພັດທະນາ​ການ​ສຶກສາ, ລັດຖະບານ​ຈີນ​ຍັງ​​ໄດ້ຍຶດຫມັ້ນ​ໃຫ້ການ​ສຶກສາມີລັກສະນະ​ສາທາລະນະ​ປະ​ໂຫຍ​ດ,ອອກ​ແຮງ​ຊຸກ​ຍູ້​ຄວາມ​ຍຸດຕິ​ທຳ​ທາງ​ດ້ານການ​ສຶກສາ.