ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-16 19:06:58    
ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ຈີນ​ໄດ້​ມີ​ຄວາມ​ກ້າວ​ຫນ້າ​ສຳ​ຄັນ​ຕັ້ງ​ແຕ່​ໄຂ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 16 ​ເປັນ​ຕົ້ນ​ມາ

cri
ຕາມ​ຂ່າວ cri:ວັນ​ທີ 16 ຕຸລາ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ລີ​​ເຊຍ​ຢົງ ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຈີນ​ກ່າວ​ວ່າ, ຕັ້ງ​ແຕ່​ໄຂ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 16 ຂອງ​ພັກ​ກອມ​ມູນິດ​ຈີນ​ເມື່ອ​ປີ 2002 ​ເປັນຕົ້ນມາ, ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ໄດ້​ມີ​ການຄືບ​ຫນ້າ​ທີ່ສຳຄັນ, ກຳລັງ​ດ້ານ​ວິທະຍາສາດ​ເຕັກນິກ​​ແຂງ​ແຮງ​ຂຶ້ນ​ຢ່າງ​ຫລວງຫລາຍ, ຄວາມ​ສາມາດ​ປະດິດ​ສ້າງ​ໂດຍ​ຕົນ​ກໍ່ເອງ​ສູງ​ຂຶ້ນ​ຕື່ມ​ອີກ.

​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນຂ່າວ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 17 ຂອງ​ພັກ​ກອມ​ມູນິດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ລີ​​ເຊຍຢົງ​ກ່າວ​ວ່າ, ​ໃນ 5 ປີ​ມາ​ນີ້,ຈີນ​ໄດ້ຮັບຜົນ​ງານ​ດ້ານ​ວິທະຍາສາດ​ເຕັກນິກ​ຢ່າງ​ຫລວງຫລາຍ,​ເຊັ່ນ​ການບິນ​ອະວະກາດ​ບັນທຸກ​ຄົນ ​ເຂົ້າສານ​ປະສົມ​ພັນ​ລະດັບ​ສູງ​ ​ຄອມ​ພິວ​ເຕີສະມັດຖະພາບ​ສູງແລະອື່ນໆ,ຄວາມ​ສາມາດ​ຄົ້ນຄວ້າ​ປະດິດ​ສ້າງ​ອຸປະກອນ​ເຕັກນິກ​ສຳຄັນ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ​ວິທະຍາສາດ​ເຕັກນິກ​ມີບົດ​ບາດ​ຄ້ຳ​ຊູ​​ແຂງ​ແຮງ​ກວ່າ​ເກົ່າ​ຢ່າງ​ເດັ່ນ​ຊັດ ໃນ​ດ້ານ​ປັບປຸງ​ອົງ​ປະກອບ​ເສດຖະກິດ ​ແ​ກ້​ໄຂ​ບັນຫາ​ກະສິກຳ ຊົນນະບົດ​ແລະ​ບັນຫາຊາວ​ກະສິກອນ​ແລະ​ໃນ​ດ້ານ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​​ໃຫ້​ດີ​ຂຶ້ນ.

ທ່ານ​ລີ​​ເຊຍ​ຢົງ​ຊີ້​ອອກ​ວ່າ, ປັດຈຸບັນ ຍອດ​ຈຳນວນຊັບພະຍາກອນ​ມະນຸດ​ດ້ານ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ໄດ້​ມີ​ຮອດ 35 ລ້ານ​ຄົນ,​ເປັນ​ທີ​ຫນຶ່ງ​ໃນ​ໂລກ.ພ້ອມ​ກັນນັ້ນ, ຂະຫນາດ​ການ​ລົງທຶນ​ໃນ​ດ້ານ​ວິທະຍາສາດ​ເຕັກນິກ​ຂອງ​ຈີນ​ກໍ່​ຫລາຍ​ຂຶ້ນ​ເລື້ອຍໆ,ການ​ປະຕິ​ຮູບ​​ໂຄງ​ປະກອບວິທະຍາ ສາດ​ເຕັກນິກກໍ່​ເລິກ​ເຊິ່ງກວ່າ​ເກົ່າ​,ການ​ກໍ່ສ້າງ​ລະບົບ​ປະດິດ​ສ້າງຂອງ​ລັດ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ,ການ​ຮ່ວມ​ມື​ດ້ານ​ວິທະຍາສາດ​ເຕັກນິກ​ສາກົນ​ກໍ່​ຂະຫຍາຍລົງ​ສູ່​ລວງ​ເລິກ​ແລະ​ລວງກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ.