ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-10-18 18:38:56    
ຝ່າຍ​ຈີນ​ຫວັງ​ໃຫ້​ຝ່າຍ​ຕ່າງໆ​ສືບ​ຕໍ່​ເກາະ​ແຂນ​ກັນ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ

cri
ຕາມ​ຂ່າວ CRI: ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳ​ໃນ​ວັນ​ທີ 18 ຕຸລາ​ນີ້ ທ່ານ​ລິວ​ຈ້ຽນຊາວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າ​ຍ ຈີນ​ຫວັງ​ໃຫ້ຝ່າຍ​ຕ່າງໆ​ສືບ​ຕໍ່​ເກາະ​ແຂນ​ກັນ​ທຳ​ຄວາມ​ພະຍາຍາມ, ພ້ອມ​ກັນ​ຊຸກ​ຍູ້​ຂະ​ບວນວິວັດ​ຂອງ​ການ​ເຈລະຈາ​ຫົກ​ຝ່າຍ.

ທ່ານ​ລິວ​ຈ້ຽນຊາວ​ກ່າວ​ວ່າ, ຫລັງ​ຈາກ​ກອງ​ປະຊຸມ​ໄລຍະ​ທີ​ສອງ​ຂອງ​ການ​ເຈລະຈາ​ຫົກ​ຝ່າຍ​ຮອບ 6,​ແລະ​ອີງ​ຕາມ​ຄວາມ​ເປັນ​ເອກະສັນ​ຂອງຫົກ​ຝ່າຍ​​ໄດ້​ໃຊ້​ມາດ​ຕະການ​ຕໍ່​ໄປ​ຄື, ວັນ​ທີ 11 ຕຸລາ​ນີ້ ຫນ່ວຍ​ຊ່ຽວຊານ​ບັນຫາ​ນິວ​ເຄຼຍຂອງ​ຝ່າຍ​ອາ​ເມ​ລິ​ກາ​ໄດ້​ເດີນທາງ​ໄປ​ສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ,​ ​ທຳ​ການ​ກະກຽມເພື່ອດຳ​ເນີນວຽກ​ງານເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ນິວ​ເຄຼຍ​ເສື່ອ​ມສະມັດ​ຖະພາບ.ຫນ່ວຍ​ຊ່ຽວຊານ​ໄດ້​ສິ້ນ​ສຸດ​ວຽກ​ງານ​ຢູ່​ສາທາລະນະ​ລັດ​ປະ​ຊາ​ຊົນ​ປະຊາທິປະ​ໄຕ​ເກົາຫລີ​ໃນ​ວັນ​ທີ 18 ຕຸລາ.​ເຈົ້າຫນ້າ​ທີ່​ຈີນ​​ແລະ​ອາ​ເມ​ລິ​ກາ​ມີ​ແຜນການ​ຈະ​ຕິດ​ຕໍ່​ກັນ​ໃນ​ຕອນ​ບ່າຍ​ວັນ​ທີ 18 ນີ້.

ທ່ານ​ລີ​ວຈ້ຽນຊາວ​ກ່າວ​ວ່າ, ຫນ່ວຍ​ງານ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ພະລັງງານ​ກັບສາທາລະນະ​ລັດ​ປະຊາຊົນ​ປະຊາທິປະ​ໄຕ​ເກົາຫລີ​ກໍ່​ຈະ​ຈັດ​ປະຊຸມກັນ​ໃນ​ໄວໆ​ນີ້,ຄົ້ນຄວ້າ​ບັນຫາ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ກິດຈະກຳ​ໄລຍະ​ທີ​ສອງ​ຂອງ​ຖະ​ແຫລ​ງການ​ຮ່ວມ.ຝ່າຍ​ຈີນ​ຮູ້ສຶກປິ​ຕິ​ຍິນ​ດີ​ທີ່​ໄດ້​ເຫັນ​ຄວາມ​ພະຍາຍາມ​ຂອງ​ຝ່າຍ​ຕ່າງໆ​ເພື່ອ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ແຫລມ​ເກົາຫລີມີ​ການ​ຄືບ​ຫນ້າ,ຫວັງ​ໃຫ້​ທຸກ​ຝ່າຍ​​ພະຍາຍາມຕໍ່​ໄປ,ພ້ອມ​ກັນ​ຊຸກ​ຍູ້​ຂະ​ບວນວິວັດ​ການ​ເຈລະຈາ​ຫົກ​ຝ່າຍ.